• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ວິ​ວັດ​ການ​ມະ​ນຸດ​ສະ​ທຳ - ມອບ​ຮັບ​ຄວາມ​ຮັກ​ແພງ” ຢູ່​ແຂວງ ເຊີນ​ລາ

ວັນທີ 20 ເມສາ, ຢູ່ຕາແສງ ຝົງລາຍ, ເມືອງທ້ວນເຈົາ, ແຂວງເຊີນລາ, ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດ “ວິວັດການມະນຸດສະທຳ - ມອບຮັບຄວາມຮັກແພງ” ປີ 2024.
ບັນດາທ່ານໝໍໄດ້ກວດພະຍາດ, ໃຫ້ຄຳປຶກສາກ່ຽວກັບການຮັກສາສຸຂະພາບ ໂດຍບໍ່ເກັບຄ່າ (ພາບ: TTXVN)

ໃນລາຍການ, ບັນດາທ່ານໝໍໄດ້ກວດພະຍາດ, ໃຫ້ຄຳປຶກສາກ່ຽວກັບການຮັກສາສຸຂະພາບ ແລະ ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ຜູ້ທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີອາຍຸສູງ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນລວມ 700 ຄົນ ຢູ່ບາງຕາແສງຂອງເມືອງ ທ້ວນເຈົາ.

ກໍໃນວັນດຽວກັນ, ຢູ່ບ້ານ ເຄົາໄລ, ຕາແສງ ຝົງລາຍ, ເມືອງ ທ້ວນເຈົ້າ, ສະພາກາແດງ ແຂວງເຊີນລາ ແລະ ສະພາກາແດງ ເມືອງ ທ້ວນເຈົາ ກໍໄດ້ຈັດພິທີເປີດນຳໃຊ້ ແລະ ມອບ - ຮັບເຮືອນສະພາກາແດງຫຼັງໜຶ່ງໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ.

ກ່ອນໜ້ານັ້ນ, ບັນດາສະມາຊິກໃນຄະນະໄດ້ໄປຖະຫວາຍທູບທຽນ ຢູ່ທີ່ອະນຸສາວະລີ “ປະທານ ໂຮ່ຈີມິນ ກັບພໍ່ແມ່ປະຊາຊົນບັນດາເຜົ່າເຂດ ໄຕບັກ” ແລະ ຖະຫວາຍທູບທຽນຢູ່ ວິຫານບູຊາປະທານ ໂຮ່ຈີມິນ ຢູ່ສະໜາມຫຼວງ ໄຕບັກ, ນະຄອນເຊີນລາ, ແຂວງ ເຊີນລາ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top