• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ກິ​ດ​ການ​ຢູ່​ຕາ​ເວັນ​ອອກ​ກາງ: IEA ສະ​ເໜີ​​ປ່ອຍ​ປະ​ລິ​ມານ​ນ້ຳ​ມັນ​ແຮ​ສາງ​​ສະ​ຖິ​ຕິ ເພື່ອຫຼຸ​ດ​​ລາ​ຄາ​ນ້ຳ​ມັນລົງ

ອົງການພະລັງງານສາກົນ (IEA) ໄດ້ສະເໜີໃຫ້ປ່ອຍປະລິມານນ້ຳມັນແຮສາງຫຼາຍສຸດໃນປະຫວັດສາດ ເພື່ອແນໃສ່ຫຼຸດລາຄານ້ຳມັນທີ່ພວມເພີ່ມຂຶ້ນຢ່າງແຮງ ຍ້ອນຄວາມເຄັ່ງຕຶງການປະທະກັນຕາເວັນອອກກາງພວມເພີ່ມຂຶ້ນ.

ໜັງສືພິມລາຍວັນ Wall Street Journal  ໄດ້ຄັດສະເໜີແຫຼາງຂ່າວໂດຍໃຫ້ຮູ້ວ່າ ປະລິມານນ້ຳມັນແຮສາງ ຄາດວ່າຈະໄດ້ປ່ອຍອອກສູ່ຕະຫຼາດຂຶ້ນເຖິງ 182 ລ້ານຖັງ, ລື່ນກາຍຕົວເລກທີ່ບັນດາປະເທດສະມາຊິກ IEA ໄດ້ຂາຍອອກສູ່ຕະຫຼາດໃນປີ 2022 ພາຍຫຼັງທີ່ ລັດເຊຍ ຜັນຂະຫຍາຍບັ້ນການທະຫານຢູ່ ຢູແກຼນ. ຂໍ້ສະເໜີໄດ້ຍົກອອກມາໃນການຖະແຫຼງຂ່າວດ່ວນຂອງ 32 ປະເທດສະມາຊິກ IEA ກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໃນວັນທີ 10 ມີນາ ແລະ ຄຳຕັດສິນສຸດທ້າຍຈະໄດ້ປະກາດໃນວັນທີ 11 ມີນາ.

ປັດຈຸບັນ, ອົງການ IEA ໄດ້ສະສົມນ້ຳມັນແຮສາງກວ່າ 1,2 ຕື້ຖັງ ແລະ ປະມານ 600 ລ້ານຖັງ ໂດຍວິສາຫະກິດຄຸ້ມຄອງຕາມຄຳສັ່ງຂອງລັດຖະບານ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ

Top