• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ FAST500: ແງ່ຫວັງເຕີບໂຕເສດຖະກິດປີ 2022 ມີຄວາມຕັ້ງໜ້າພໍສົມຄວນ

ມີ 86,5% ຈຳນວນວິສາຫະກິດຢັ້ງຢືນຍັງມີຖັນແຖວພະນັກງານທີ່ເກັ່ງກ້າດ້ານວິຊາການ, ມີບົດຮຽນປະສົບການ ແລະ ມີລະບຽບວິໄນຢູ່ລະດັບສູງ. ຍິ່ງກ່ວາອີກ, 62,6% ຈຳນວນວິສາຫະກິດ ສະແດງໃຫ້ເຫັນບັນດາການຜັນແປກ່ຽວກັບຄວາມຮັບຮູ້ເມື່ອຕີລາຄາທ່າອ່ຽງຫັນເປັນດີຈີຕອນພວມມີການຫັນປ່ຽນຢ່າງແຮງ, ຮອບດ້ານ ແລະ ຈຳເປັນ.
  ພາບປະກອບ: Vietnam Report  

 ຕາມການສຳຫຼວດ Top 500 ວິສາຫະກິດມີການເຕີບໂຕຢ່າງໄວວາທີ່ສຸດ ຫວຽດນາມ ໃນປີ 2022 ໂດຍບໍລິສັດຫຸ້ນສ່ວນລາຍງານຕີລາຄາຫວຽດນາມ (Vietnam Report) ປະຕິບັດຫວ່າງມໍ່ໆມານີ້, ມີ 86,5% ວິສາຫະກິດ FAST 500 ໄດ້ຢັ້ງຢືນວ່າ ໃນທ່າອ່ຽງຮ່ວມດຳລົງຊີວິດກັບໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດພວມເລີ່ມ ເປີດປະຕູຄືນໃໝ່, ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດພວມຄ່ອຍໆໄດ້ຮັບການຟື້ນຟູ ຄືກັນກັບໄລຍະກ່ອນເກີດໂລກລະບາດ. ດ້ວຍລະດັບການສັກວັກຊິນຄືໃນປັດຈຸບັນ, ຫວຽດນາມ ພວມຢືນໃນ Top ສູງທີ່ສຸດໃນໂລກ. ສິ່ງນີ້ເຮັດໃຫ້ບັນດາວິສາຫະກິດ FAST500 ເກືອບທັງໝົດລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງ ແລະ ກາລະໂອກາດເຕີບໂຕໃນປີນີ້ຢູ່ຕະຫຼາດພາຍໃນປະເທດ. ມີກ່ວາ 83,3% ວິສາຫະກິດມີຄວາມປະເອີບໃຈຕໍ່ແງ່ຫວັງ ແລະ ກາລະໂອກາດເຕີບໂຕໃນປີນີ້ຢູ່ຕະຫຼາດພາຍໃນປະເທດ. ມີກ່ວາ 89%ວິສາຫະກິດໃຫ້ຮູ້ວ່າ ຈະເປີດກວ້າງການດຳເນີນທຸລະກິດ.

ພ້ອມກັນນັ້ນ, ມີ 86,5% ຈຳນວນວິສາຫະກິດຢັ້ງຢືນຍັງມີຖັນແຖວພະນັກງານທີ່ເກັ່ງກ້າດ້ານວິຊາການ, ມີບົດຮຽນປະສົບການ ແລະ ມີລະບຽບວິໄນຢູ່ລະດັບສູງ. ຍິ່ງກ່ວາອີກ, 62,6% ຈຳນວນວິສາຫະກິດ ສະແດງໃຫ້ເຫັນບັນດາການຜັນແປກ່ຽວກັບຄວາມຮັບຮູ້ເມື່ອຕີລາຄາທ່າອ່ຽງຫັນເປັນດີຈີຕອນພວມມີການຫັນປ່ຽນຢ່າງແຮງ, ຮອບດ້ານ ແລະ ຈຳເປັນ.


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top