• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ອາເມລິກາພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ແລະ ບັນດາປະເທດໃນພາກພື້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ຟື້ນຟູເສດຖະກິດ

      ວັນທີ 16 ເມສາ, ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານຮ່າກິມງອກ ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາທາງອອນລາຍໂດຍທ່ານ Myron brillian ຮອງປະທານປະສານງານຫ້ອງການການຄ້າ ອາເມລິກາ (USCC) ເປັນປະທານ.

ການໂອ້ລົມສົນທະນາທາງອອນລາຍ(ພາບ: TTXVN) 
      ເຂົ້າຮ່ວມການໂອ້ລົມສົນທະນາຍັງມີເອກອັກຄະລັດຖະທູດບັນດາປະເທດ ສິງກະໂປ, ມາເລເຊຍ, ອົດສະຕາລີ ແລະ ອັກຄະລັດຖະທູດອິນໂດເນເຊຍ ແລະ ຜູ້ຕາງໜ້າບັນດາວິສາຫະກິດໃຫຍ່ເກືອບ 50 ແຫ່ງຂອງ ອາເມລິກາໃນຂົງເຂດການເງິນ, ສາທາລະນະສຸກ, ການຢາ, ເຕັກໂນໂລຢີ, ພະລັງງານ…
            ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮ່າກິມງັອກຖືວ່າ ເຖິງວ່າເກີດສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນກໍ່ຕາມ, ແຕ່ ໂລກລະບາດ Covid – 19 ກໍ່ແມ່ນກາລະໂອກາດເພື່ອເພີ່ມທະວີການພົວພັນຄູ່ຮ່ວມມື, ຊຸກຍູ້ການຮ່ວມມືສາກົນ, ພ້ອມກັນຮັບມືກັບບັນຫາຂ້າມຊາດ.
            ທ່ານກໍ່ເນັ້ນໜັກວ່າ ລັດຖະບານ ຫວຽດນາມເອົາໃຈໃສ່ທີ່ສຸດເຖິງການຮັກສາການເຄື່ອນໄຫວເປັນປົກກະຕິຂອງບັນດາວິສາຫະກິດ  ແລະ ປາດຖະໜາຢາກໃຫ້ວິສາຫະກິດອາເມລິກາສືບຕໍ່ຮ່ວມເດີນທາງກັບລັດຖະບານ ແລະ ປະຊາຊົນ ຫວຽດນາມໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19 ແລະ ພັດທະນາເສດຖະກິດ - ສັງຄົມ, ສືບຕໍ່ລົງທຶນຢູ່ ຫວຽດນາມ ແລະ ພາກພື້ນເພື່ອພ້ອມກັນກຳໄດ້ກາລະໂອກາດຢ່າງກ້ວາງຂວາງເມື່ອ ຄວບຄຸມໂລກລະບາດໄດ້.
            ຕໍ່ກັບຂໍ້ສະເໜີຂອງທ່ານ ຮ່າກິມງອັກກ່ຽວກັບເລື່ອງເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ - ການຢາ, ທ່ານ Patrick Kilbride ຮອງປະທານ USCC ຜູ້ຮັບຜິດຊອບສູນປະດິດຄິດສ້າງທົ່ວໂລກໃຫ້ຮູ້ວ່າ ບັນດາວິສາຫະກິດ ອາເມລິກາພ້ອມແລ້ວທີ່ຈະເຂົ້າຮ່ວມການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ ກັບລັດຖະບານປະເທດຕ່າງໆໃນການເຄື່ອນໄຫວຜະລິດການຢາ, ບັນດາອຸປະກອນປ້ອງກັນ ກໍ່ຄືວຽກງານການສື່ສານກ່ຽວກັບໂລກລະບາດ Covid -19 ໃຫ້ແກ່ປະຊາຄົມ.
 (ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາ ຫວຽດ​ນາມ ສ້າງ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ແຂ່ງ​ຂັນ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ໂລກ

ນັກ​ສຶກ​ສາ ຫວຽດ​ນາມ ສ້າງ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ແຂ່ງ​ຂັນ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ໂລກ

ນັກ​ສຶກ​ສາ ຫວຽດ​ນາມ 5 ຄົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ FPT ຮ່າ​ໂນ້ຍ ແລະ ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ໄປ​ສະ​ນີ​ໂທ​ລະ​ຄົມ​ມະ​ນາ​ຄົມ, ແບ່ງ​ປັນ 2 ທິມ ແລະ ທັງ​ 2 ທິມ​ລ້ວນ​ແຕ່​ຍາດ​ໄດ້​ລາງວັນ​.

Top