• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຫວຽດມອບຂອງຂວັນໃຫ້ຊາວຫວຽດນາມແລະຄົນທຸກຍາກຢູ່ກຳປູເຈຍ

      ຕອນບ່າຍວັນທີ 09 ກໍລະກົດ ສະມາຄົມຊາວກຳປູເຈຍເຊື້ອຊາດຫວຽດນາມ ຢູ່ນະຄອນຫຼວງພະນົມເປັນ ແລະ ບໍລິສັດ Golden Land Cambodia, ເຊິ່ງແມ່ນບໍລິສັດ ຫວຽດນາມ ທີ່ເຄື່ອນໄຫວໃນຂົງເຂດອະສັງຫາລິມະສັບ ຢູ່ກຳປູເຈຍ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ຊາວກຳປູເຈຍເຊື້ອຊາດຫວຽດນາມ ແລະ ຊາວກຳປູເຈຍທີ່ປະສົບຄວາມຫຍຸ້ງຍາກ.

(ວິສາຫະກິດຫວຽດມອບຂອງຂວັນໃຫ້ຊາວຫວຽດນາມແລະຄົນທຸກຍາກຢູ່ກຳປູເຈຍ)
      ກຸ່ມບໍລິສັດ Golden Land ໄດ້ມອບຂອງຂວັນ 400 ພູດ ປະກອບດ້ວຍສິ່ງຂອງບາງຢ່າງທີ່ຈຳເປັນໃຫ້ບັນດາຄອບຄົວ ຊາວກຳປູເຈຍເຊື້ອຊາດຫວຽດນາມ ແລະ ຄົນກຳປູເຈຍທຸກຍາກທີ່ພວມດຳລົງຊີວິດຢູ່ນະຄອນຫຼວງພະນົມເປັນ. ທ່ານ ນາງ ຫງວຽນທິລວານ, ແມ່ນຊາວກຳປູເຈຍເຊື້ອຊາດຫວຽດນາມຜູ້ໄດ້ຮັບຂອງຂວັນ ເວົ້າວ່າ:
        “ພວກຂ້າພະເຈົ້າດີໃຈຫຼາຍ ທີ່ໄດ້ຮັບຂອງຂວັນຈາກ ບໍລິສັດ Golden Land, ຂໍຂອບໃຈຄະນະ, ສະມາຄົມໃຫຍ່ ແລະ ສະມາຄົມ ທີ່ໄດ້ຊ່ວຍໜູນໃຫ້ຊາວຫວຽດນາມອາໄສຢູ່ກຳປູເຈຍ, ກໍ່ຄືຊາວກຳປູເຈຍປະສົບຄວາມຫຍຸ້ງຍາກອີກ. ອັນໄດ້ສະແດງໃຫ້ເຫັນນໍ້າໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ”.
        ບໍລິສັດ Golden Land ກໍ່ຄືວິສາຫະກິດ ຫວຽດນາມ ຫຼາຍແຫ່ງທີ່ພວມລົງທຶນ, ດຳເນີນທຸລະກິດ ຢູ່ກຳປູເຈຍ ບໍ່ພຽງແຕ່ເພື່ອຈຸດໝາຍຫາຜົນກຳໄລເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ເສດຖະກິດ ກຳປູເຈຍ. ຄຽງຂ້າງນັ້ນ, ຫຼາຍບໍລິສັດຍັງຈັດຕັ້ງບັນດາການເຄື່ອນໄຫວສັງຄົມ, ກຸສົນເປັນປະຈຳ, ປະກອບສ່ວນຮັບປະກັນຄວາມສະຫງົບໃນສັງຄົມ ແລະ ທ້ອງຖິ່ນ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ເຖິງ​ສື່ມວນ​ຊົນ ເວ​ເນ​ຊູ​ເອ​ລາ

ຖະ​ແຫຼງຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ເຖິງ​ສື່ມວນ​ຊົນ ເວ​ເນ​ຊູ​ເອ​ລາ

ວັນທີ 08 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ກາຣາກາສ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ - ສື່ມວນຊົນ ເວເນຊູເອລາ ຈັດການພົບປະກັບອົງການສື່ມວນຊົນ ເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV ຂອງພັກກອມມູນິດ ຫວຽດນາມ ເຖິງບັນດາອົງການສື່ມວນຊົນປະເທດປະຈຳຖິ່ນ.

Top