• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດກ່ວາ 100 ແຫ່ງຂອງຍີ່ປຸ່ນຊອກຫາກາລະໂອກາດລົງທຶນເຂົ້າແຂວງ ເກິນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງ

      ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ຕາງໜ້າ 120 ຄົນທີ່ຕາງໜ້າໃຫ້ວິສາຫະກິດຂອງ ຍີ່ປຸ່ນ 100 ແຫ່ງມາຊອກຫາກາລະໂອກາດຮ່ວມມື...
ລາຍການພົບປະແລກປ່ຽນວັດທະນະທຳ - ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 4 ພວມດຳເນີນໄປຢູ່ນະຄອນ ເກິນເທີ ແລະ ບາງແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ຕາງໜ້າ 120 ຄົນທີ່ຕາງໜ້າໃຫ້ວິສາຫະກິດຂອງ ຍີ່ປຸ່ນ 100 ແຫ່ງມາຊອກຫາກາລະໂອກາດຮ່ວມມື, ລົງທຶນເຂົ້າບັນດາຂົງເຂດກະສິກຳ, ອຸດສາຫະກຳ, logistics ຂອງ ເກິນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງ. ທ່ານ ຫງວຽນເຟືອງລາມ, ຮອງຫົວໜ້າຫ້ອງການຮັບຜິດຊອບ VCCI ເກິນເທີ, ໃຫ້ຮູ້ວ່າ:
        ໃນຄະນະຜູ້ແທນວິສາຫະກິດຄັ້ງນີ້ ມີຂະແໜງຄືການກໍ່ສ້າງ, ຄົມມະນາຄົມ, ທີ່ປຶກສາດ້ານການເງິນເຂົາເຈົ້າລ້ວນແຕ່ມາຊອກຮູ້ກ່ຽວກັບຕະຫຼາດໃຫມ່, ສຳລັບເຂົາເຈົ້າແລ້ວ, ທີ່ນີ້ແມ່ນຕະຫຼາດໃໝ່ອ່ຽມ. ພວກເຮົາມານະພະຍາຍາມເຮັດແນວໃດເພື່ອໃຫ້ເຂົາເຈົ້າເຫັນໄດ້ຄວາມສາມາດບົ່ມຊ້ອນຂອງເຂດທົ່ງພຽງແມ່ນ້ຳຂອງ ດ້ວຍຈຳນວນປະຊາກອນ 17 ລ້ານຄົນ, ກຳລັງໃຊ້ສອຍອັນໃຫຍ່ຫຼວງເຊິ່ງນັບແຕ່ກ່ອນມານີ້ມີວິສາຫະກິດ ຍີ່ປຸ່ນ ຫຼາຍແຫ່ງຍັງບໍ່ທັນຮູ້ຈັກເຖິງເຂດທົ່ງພຽງແມ່ນ້ຳຂອງເທື່ອ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top