• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາ​ລະ​ປະ​ຊຸມ​ຄັ້ງ​ທີ 8 ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ເວືອງດິນເຮ້ວ. ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນປະທານວາລະປະຊຸມຄັ້ງທີ 8 ສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ.
 

ຕາງໜ້າໃຫ້ສະພາເລືອກຕັ້ງແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິນເຮ້ວ ໄດ້ຂອບອົກຂອບໃຈບັນດາສະມາຊິກສະພາ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ມານະພະຍາຍາມຢ່າງສຸດສິດສຸດໃຈ, ພະຍາຍາມໃນຕະຫຼອດໄລຍະເກືອບ 2 ປີທີ່ຜ່ານມາ, ພ້ອມທັງສະເໜີຕໍ່ຄະນະແຂ່ງຂັນມອບລາງວັນສູນກາງ, ກະຊວງພາຍໃນ ຈົ່ງສ້າງບັນດາສຳເນົາເອກະສານ, ລະບຽບການທີ່ກ່ຽວຂ້ອງເຖິງວຽກງານຍ້ອງຍໍມອບລາງວັນໃຫ້ສຳເລັດ:

ຂ້າພະເຂົ້າຂໍເປັນກຽດຂອບອົກຂອບໃຈ ແລະ ຍ້ອງຍໍສັນລະເສີນຜູ້ມີສິດເລືອກຕັ້ງທົ່ວປະເທດ ກໍ່ຄືພໍ່ແມ່ ປຊຊ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມານະພຍາຍາມ, ພະຍາຍາມ ເຂົ້າຮ່ວມວຽກງານເລືອກຕັ້ງ ໂດຍມີຄວາມຮັບຜິດຊອບທີ່ສຸດ ຊື່ງໄດ້ສະແດງໃຫ້ເຫັນນ້ຳໃຈຮັກຊາດ ແລະ ສາມັກຄີທົ່ວປວງຊົນທັງຊາດ. ນີ້ແມ່ນປັດໄຈສຳຄັນ, ຕັດສິນຜົນສຳເລັດຂອງການເລືອກຕັ້ງຄັ້ງນີ້. ດ້ວຍການຊີ້ນຳນຳພາຢ່າງໃກ້ຊິດຂອງສູນກາງພັກ, ກົມການເມືອງ, ຄະນະເລຂາ ແລະ ການຊີ້ນຳຢ່າງມີຄວາມຮັບຜິດຊອບ, ມີແບບມີແຜນ, ລະມັດລະວັງ, ລອບຄອບທີ່ຖ້ວນ, ມີຄວາມຮັບຜິດຊອບຂອງສະພາເລືອກຕັ້ງແຫ່ງຊາດ, ຄະນະພັກທຸກຂັ້ນ, ສະພາ ປຊຊ, ແນວໂຮມປະເທດຊາດ, ຄະນະກຳມະການເລືອກຕັ້ງຂັ້ນຕ່າງໆ, ຜູ້ມີສິດເລືອກຕັ້ງເກືອບ 70 ລ້ານຄົນ ດ້ວຍຂອບຂະໜາດການເຂົ້າຮ່ວມເລືອກຕັ້ງ ສສຊ ຊຸດທີ 15, ຜູ້ແທນສະພາ ປຊຊຂັ້ນຕ່າງໆ ອາຍຸການ 2021-2026 ຫຼາຍກ່ວາໝູ່.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2025

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2025”

ໃນຜົນງານທີ່ຍິ່ງໃຫຍ່ຂອງຊາດ, ຍາມໃດກໍ່ມີການຮ່ວມແຮງຮ່ວມໃຈ, ການປະກອບສ່ວນສຳຄັນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

Top