• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາ​ລະ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ: ສຳ​ເລັດ​ການ​ພິ​ຈາ​ລະ​ນາຫຼາ​ຍ​ເນື້ອ​ໃນ​ສຳ​ຄັນ​ ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອທີ 2

ຕອນບ່າຍວັນທີ 22 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ຄະນະປະຈຳສະພາແຫ່ງຊາດ ໄດ້ອັດວາລະປະຊຸມຄັ້ງທີ 3, ປະຕິບັດສຳເລັດລາຍການທີ່ໄດ້ວາງອອກ ເພື່ອກະກຽມບັນດາເນື້ອໃນແກ່ກອງປະຊຸມເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV.
ວາລະປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ, ນີ້ແມ່ນໜຶ່ງໃນບັນດາວາລະປະຊຸມນັດສາມັນປະຈຳໄລຍະທີ່ຍາວທີ່ສຸດໃນປີ ຂອງຄະນະປະຈຳສະພາແຫ່ງຊາດ ເພື່ອປະກອບຄຳເຫັນໃສ່ບັນດາເນື້ອໃນຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອ 2. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ:

ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບປັບປຸງເພີ່ມເຕີມໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງປະມວມກົດໝາຍວ່າດ້ວຍການເນີນຄະດີອາຍາເຂົ້າໃນໂຄງການສ້າງກົດໝາຍລັດຖະດຳລັດປີ 2021 ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນວາລະປະຊຸມຄັ້ງນີ້ນອກຈາກການປະກອບຄຳເຫັນໃສ່ຂໍ້ສະເໜີຂອງລັດຖະບານແລ້ວຄະນະປະຈຳສະພາແຫ່ງຊາດ ຍັງປະກອບຄຳເຫັນກ່ຽວກັບວິທີການຄິດໄລ່ສິອຳນາດໃນການຄິດໄລ່ສະຖິຕິທ້ອງຖິ່ນ ຂອງບັນດາແຂວງນະຄອນສັງກັດສູນກາງອີດ້ວຍ ເປັນຕົ້ນແມ່ນບັນດາດັດຊະນີເສດຖະກິດມະຫາພາກ, GDP ສະເລ່ຍຕໍ່ຫົວຄົນ ແລະ ດັດຊະນີອື່ນໆ.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top