• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະສານ Fobes ສະບັບອອກເປັນພາສາ ອິດສະຣາແອັນ ຕີລາຄາຕີລາຄາສູງຜົນງານດ້ານການເມືອງ, ເສດຖະກິດ ແລະ ການທູດຂອງຫວຽດນາມ

      ວາລະສານ Fobes ສະບັບອອກເປັນພາສາ ອິດສະຣາແອັນ ຫາກໍໄດ້ລົງບົດຂຽນດ້ວຍຫົວຂໍ້ ເປັນຫຍັງ ພວກເຮົາຄວນຄິດເຖິງຫວຽດນາມຫຼາຍກວ່າ”, ໃນນັ້ນໄດ້ຕີລາຄາສູງຜົນງານດ້ານການເມືອງ, ເສດຖະກິດ, ການທູດ ແລະ ຜົນສໍາເລັດຂອງຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
            ບົດຂຽນໄດ້ຕີລາຄາວ່າ  ຫວຽດນາມແມ່ນປະເທດນອນໃນກຸ່ມບັນດາປະເທດມີລະດັບການເຕີບໂຕເສດຖະກິດສູງທີ່ສຸດໃນໂລກ ເມື່ອລະດັບການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ປີ 2019 ແມ່ນ 7,02%. ຫວຽດນາມ ກໍແມ່ນປະເທດສົ່ງອອກເກີນດຸ່ນໃນ 4 ປີຢ່າງຕໍ່ເນື່ອງ ໃນຂະນະທີ່ຈໍານວນປະເທດຂາດດຸ່ນການຄ້າເພີ່ມຂຶ້ນ. ອະທິບາຍໃຫ້ສ່ິງດັ່ງກ່າວ, ວາລະສານ Fobes ຖືວ່າ ຫວຽດນາມ ບັນລຸໄດ້ບັນດາຜົນງານດັ່ງກ່າວ ເພາະວ່າ ຫວຽດນາມ ໄດ້ມີການປົວແປງສະພາບແວດລ້ອມດໍາເນີນທຸລະກິດຢ່າງບໍ່ຢຸດຢັ້ງ ແລະ ສ້າງໂຄງສ້າງເສດຖະກິດຄືນໃໝ່. ຕາມດັດຊະນີການແກ້ງແຍ້ງທົ່ວໂລກປີ 2019, ຫວຽດນາມ ໄດ້ເລື່ອນຂຶ້ນ 10 ຂັ້ນໃນຕາຕະລາງຈັດລໍາດັບ ເມື່ອທຽບໃສ່ປີກ່ອນ, ໂດຍຢືນອັນດັບທີ 67, ກາຍເປັນໜຶ່ງໃນບັນດາປະເທດມີລະດັບການເຕີບໂຕຫຼາຍທີ່ສຸດໃນປີ. ບົດຂຽນກໍໄດ້ຕີລາຄາສູງຕໍ່ວິທີການຮັບມືກັບໂລກລະບາດໂຄວິດ - 19 ຂອງຫວຽດນາມ.

ລະບົບປຸງແຕ່ງໝາກໄມ້ສົ່ງອອກຂອງບໍລິສັດ Nafood (ພາບ: TTXVN)
      ກ່ຽວຂ້ອງເຖິງວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ວັນທີ 30 ເມສາ, ສໍານັກຂ່າວສານ Reuter ຂອງ ອັງກິດ ກໍໄດ້ມີບົດຂຽນຕີລາຄາສູງຕໍ່ວິທີການຮັບມືກັບໂລກລະບາດໂຄວິດ - 19 ຂອງລັດຖະບານຫວຽດນາມ. ນອກຈາກນັ້ນ, ໃນວັນດຽວກັນ, ໜັງສືພິມ “ວິພາກ ແລະ ເຫດການ” ຂອງ ລັດເຊຍ ກໍໄດ້ລົງພິມບົດຂຽນ ດ້ວຍຫົວຂໍ້ “ສາເຫດທີ່ຊ່ວຍຫວຽດນາມສາມາດຮັບມືກັບໂລກລະບາດໂຄວິດ - 19 ນັບແຕ່ຫົວທີ”, ໃນນັ້ນກໍໄດ້ຕັ້ງຄໍາຖາມວ່າ ບໍ່ຮູ້ວ່າ ລັດເຊຍ ສາມາດໝູນໃຊ້ຜົນສໍາເລັດຂອງຫວຽດນາມໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຫຼືບໍ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top