• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມທຳອິດຂອງ ກົມການເມືອງ, ຄະນະເລຂາທິການ ຂອງ ພັກກອມມູນິດ ຫວຽດນາມ ຊຸດທີ XIII

      ກົມການເມືອງ, ຄະນະເລຂານຸການ ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນວາລະປະຊຸມທຳອິດ ເພື່ອປະກອບຄຳເຫັນສຳລັບການປະຕິບັດຄຳສັ່ງເລກທີ 48 ຂອງ ຄະນະເລຂາທິການ ກ່ຽວກັບການຈັດຕັ້ງບຸນປີໃໝ່ປະຈຳຊາດປີ ສະຫຼູ 2021; ໜ້າທີ່ຈຸດສຸມຂອງ ໄຕມາດທີ 1 ປີ 2021 ແລະ ແຜນນະໂຍບາຍຊື້, ນຳໃຊ້ວັກຊິນກັນພະຍາດໂຄວິດ - 19.
 
ວາລະປະຊຸມທຳອິດກົມການເມືອງ, ຄະນະເລຂານຸການ ຊຸດທີ XIII (ພາບ: TTXVN)
      ຕອນເຊົ້າວັນທີ 18 ກຸມພາ, ຢູ່ສຳນັກງານສູນກາງພັກ, ກົມການເມືອງ, ຄະນະເລຂານຸການ ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນວາລະປະຊຸມທຳອິດ ເພື່ອປະກອບຄຳເຫັນສຳລັບການປະຕິບັດຄຳສັ່ງເລກທີ 48 ຂອງ ຄະນະເລຂາທິການ ກ່ຽວກັບການຈັດຕັ້ງບຸນປີໃໝ່ປະຈຳຊາດປີ ສະຫຼູ 2021; ໜ້າທີ່ຈຸດສຸມຂອງ ໄຕມາດທີ 1 ປີ 2021 ແລະ ແຜນນະໂຍບາຍຊື້, ນຳໃຊ້ວັກຊິນກັນພະຍາດໂຄວິດ - 19.
        ກົມການເມືອງ, ຄະນະເລຂາທິການ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາວ່າ: ບັນດາຂະແໜງການ ແລະ ຂັ້ນຕ່າງໆ ໄດ້ຊາບຊຶມ, ປະຕິບັດວຽກງານເບິ່ງແຍງດູແລ, ຈັດຕັ້ງການຕ້ອນຮັບບຸນເຕັດປີສະຫຼູ 2021 ໄດ້ຢ່າງເຂັ້ມງວດ ດ້ວຍບັນດາວຽກງານທີ່ແທດຈິງ, ຈຳກັດການຈັດຕັ້ງກິດຈະກຳຕ່າງໆທີ່ບໍ່ຈຳເປັນເພື່ອເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.
        ກ່ຽວກັບໜ້າທີ່ຈຸດສຸມຂອງ ໄຕມາດ I ປີ 2021, ກົມການເມືອງ, ຄະນະເລຂາທິການ ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ ສຸມໃນຊີ້ນຳ, ນຳພາ, ສ້າງເງື່ອນໄຂສະດວກ ເພື່ອຄວບຄຸມໂລກລະບາດໂຄວິດ - 19, ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ, ຖືນີ້ແມ່ນໜ້າທີ່ຈຸດສຸມ, ໜ້າທີ່ບຸລິມະສິດແຖວໜ້າ, ທັງຮີບດ່ວນ, ທັງຍາວນານ.
        ກໍທີ່ກອງປະຊຸມດັ່ງກ່າວ, ກົມການເມືອງ, ຄະນະເລຂາທິການກໍເຫັນດີ ແລະ ຕົກລົງກັນກ່ຽວກັບແຜນນະໂຍບາຍຊື້ ແລະ ນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ. ວຽກງານດັ່ງກ່າວ ຕ້ອງໄດ້ຈັດຕັ້ງປະຕິບັດໂດຍດ່ວນ, ໝູນໃຊ້ການຊື້ໃນກໍລະນີພິເສດຕາມຂໍ້ກຳນົດຂອງກົດໝາຍ ແລະ ຕາມຄຳກ່າວເຕືອນຂອງ ອົງການອະນາໄມໂລກ ແລະ ຂອງຜູ້ຜະລິດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top