• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງສີລາລຶກກໍ່ສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ

      ດ້ວຍເນື້ອທີ່ໜ້າພຽງ 23.400 ຕາແມັດ, ຕັ້ງຢູ່ຂ້າງພະທາດຫຼວງ, ສະຖານທີ່ສັກສິດ, ເປັນສັນຍາລັກໃຫ້ຄວາມສາມັກຄີຂອງຊາດລາວ ຢູ່ໃຈກາງນະຄອນຫຼວງວຽງຈັນ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານປະເທດ ລາວ ບຸນຍັງ ວໍລະຈິດ ເຂົ້າຮ່ວມພິທີ
      ຕອນເຊົ້າວັນທີ 1 ພະຈິກ, ພິທີວາງສີລາລຶກກໍ່ສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ, ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ - ໄດ້ດຳເນີນຢ່າງສົມກຽດ ຢູ່ນະຄອນຫຼວງວຽງຈັນ, ເຊິ່ງມີການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍເນື້ອທີ່ໜ້າພຽງ 23.400 ຕາແມັດ, ຕັ້ງຢູ່ຂ້າງພະທາດຫຼວງ, ເຊິ່ງແມ່ນສະຖານທີ່ສັກສິດ, ເປັນສັນຍາລັກໃຫ້ຄວາມສາມັກຄີຂອງຊາດລາວ ຢູ່ໃຈກາງນະຄອນຫຼວງວຽງຈັນ, ຫໍສະພາແຫ່ງຊາດຫຼັງໃໝ່ຈະຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການ ແລະ ກາຍເປັນກິດຈະກຳສະຖາປັດຕະຍາກຳທີ່ສວຍງາມ, ໃຫຍ່ໂຕມະໂຫຖານ, ສົມເປັນສັນຍາລັກຂອງອົງການແຫ່ງສິດອຳນາດສູງສຸດ, ເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ
      ເນື່ອງໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ສຳລັບຂອງຂວັນອັນລ້ຳຄ່າທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ, ແລະ ປະຊາຊົນລາວ; ເຊື່ອໝັ້ນວ່າ ຫໍສະພາແຫ່ງຊາດຫຼັງໃໝ່ຈະແມ່ນສັນຍາລັກແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ແລະ ຈະກາຍເປັນຊັບສົມບັດອັນລ້ຳຄ່າປະໄວ້ໃຫ້ລຸ້ນລູກ, ລຸ້ນຫຼານ ຂອງສອງປະເທດ.

ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ
      ສ່ວນ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຈະຊີ້ນຳບັນດາອົງການກ່ຽວຂ້ອງຂອງລາວ ແລະ ຫວຽດນາມ ສຸມໃສ່ວຽກງານ, ເພື່ອແນໃສ່ຕອບສະໜອງລະດັບຄວາມຄືບໜ້າ, ນຳກິດຈະກຳເຂົ້າເຄື່ອນໄຫວໃນປີ 2021 - ເຊິ່ງເປັນປີດຳເນີນບັນດາເຫດການພິເສດຂອງລາວ.
 
 
ພິທີວາງສີລາລຶກກໍ່ສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ, ແລະ ປະຊາຊົນຫວຽດນາມ
ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top