• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງສະແດງຮູບຖ່າຍ, ເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”ຢູ່ແຂວງ ບີ່ງທ້ວນ

      ຕອນເຊົ້າວັນທີ 20 ກັນຍາ, ທີ່ເມືອງ ດຶກລິງ (ແຂວງ ບີ່ງທ້ວນ), ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ບີ່ງທ້ວນ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ດຶກລິງ ຈັດຕັ້ງພິທີໄຂງານວາງສະແດງແຜນທີ່ ແລະ ຮູບຖ່າຍ, ເອກະສານດ້ວຍຫົວຂໍ້ວ່າ ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”.

ນັກຮຽນເຂົ້າຮ່ວມງານວາງສະແດງ (ພາບ: TTXVN)
      ງານວາງສະແດງໄດ້ແນະນຳເຖິງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທ້ອງຖິ່ນເປັນຈຳນວນຫລວງຫລາຍກ່ຽວກັບບັນດາເອກະສານໂດຍລາດຊະວົງສັກດີນາ ຫວຽດນາມ ປະກາດໃຊ້ແຕ່ສະຕະວັດທີ XVII ຈົນເຖິງຕົ້ນສະຕະວັດ XX ຢັ້ງຢືນວິວັດການກຳນົດ, ປະຕິບັດ ແລະ ປົກປັກຮັກສາອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງລຽນຕິດ. ນອນນັ້ນ, ຍັງມີບັນດາຮູບຖ່າຍເອກະສານກ່ຽວກັບໝູ່ເກາະ ເຈື່ອງຊາ, ຮ່ວາຊາ ໃນສະໄໝລ່າເມືອງຂຶ້ນ ຝຣັ່ງ ແລະ ສະໄໝສາທາລະນະລັດປະຊາທິປະໄຕ ຫວຽດນາມ; ຮູບພາບກ່ຽວກັບບັນດາປູຊະນີຍະສະຖານ, ບັນດານັກຮົບ ຮ່ວາງຊາ ຢູ່ເກາະ ຫຼີ໊ເຊີນ (ແຂວງ ກວາງຫງ໊າຍ); ຮູບພາບກ່ຽວກັບຊີວິດການເປັນຢູ່ ແລະ ການດຳເນີນຊີວິດຂອງທະຫານ ແລະ ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ (ແຂວງ ແຄ໊ງຮ່ວາ) ໃນປັດຈຸບັນ; ບັນດາໂຄງການຄົ້ນຄວ້າຂອງບັນດານັກຮຽນຮູ້ ຫວຽດນາມ ແລະ ສາກົນທີ່ພິມຈຳໜ່າຍຢູ່ພາຍໃນ ແລະ ຕ່າງປະເທດນັບແຕ່ກ່ອນມາຮອດປັດຈຸບັນ…ກໍ່ໄດ້ນຳມາວາງສະແດງ. ງານວາງສະແດງຈະດຳເນີນໄປຮອດວັນທີ 23 ກັນຍາ ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top