ວັນທີ 02 ເມສາ, ທີ່ເຂດປູສະນີຍະສະຖານປະຫວັດສາດ, ວັດທະນະທຳກຸງເກົ່າ ຮວາລື, ເມືອງ ຮວາລື (ແຂວງ ນິງບີງ), ຄະນະໂຄສະນາສຶກສາສູນກາງພັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ ນິງບີງ ຈັດຕັ້ງງານວາງສະແດງຮູບຖ່າຍສິລະປະ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”.

ວາງສະແດງຮູບຖ່າຍສິລະປະສັນລະເສີນທະເລ, ໝູ່ເກາະ ຫວຽດນາມ ຢູ່ ກຸງເກົ່າ ຮວາລື (ພາບ: TTXVN)
ທີ່ໄດ້ຊິງການປະກວດຮູບຖ່າຍສິລະປະດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ມາວາງສະແດງ ໂດຍຄະນະໂຄສະນາສຶກສາສູນກາງພັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ສົມທົບກັນຈັດຕັ້ງ. ບັນດາຮູບຖ່າຍທີ່ໄດ້ຮັບການຕີລາຄາສູງເຫລົ່ານັ້ນ ສະແດງໃຫ້ເຫັນຄວາມງາມຂອງທຳມະຊາດ, ປະຊາຊົນຢູ່ບັນດາເຂດທະເລ, ໝູ່ເກາະ ຫວຽດນາມ ຜ່ານຊ່ວງເວລາຂອງຊີວິດ, ການດຳເນີນຊີວິດປະຈຳກັນ; ຮີດຄອງປະເພນີ, ວັດທະນະທຳຂອງປະຊາຊົນຢູ່ເຂດແຄມຝັ່ງທະເລ ຫວຽດນາມ…ງານວາງສະແດງຈະດຳເນີນໄປຮອດວັນທີ 07 ເມສາ ຈຶ່ງອັດລົງ.
(ແຫຼ່ງຄັດຈາກ VOV)