• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ບຸນດອກ​ບົວ​ຮ່າ​ໂນ້ຍ 2026: ເຕົ້າ​ໂຮມ​ສິ່ງຍອດ​ຢ້ຽມດ້ານ​ວັດ​ທະ​ນະ​ທຳ ແລະ ການປະ​ດິດ​ສ້າງ​ຈາກດອກ​ບົວ

ວັນ​ບຸນ​ໄດ້​ຈັດ​ຂຶ້ນ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ທັງ​ລອງ ຮ່າ​ໂນ້ຍ, ເຊີດ​ຊູ​ຄວາມ​ງາມ ແລະ ຄຸນ​ຄ່າ​ຂອງດອກ​ບົວ​ໃນ​ຊີ​ວິດ​ດ້ານ​ວັ​ດ​ທະ​ນະ​ທຳ ຫວຽດ​ນາມ
ວັນ​ບຸນດອກ​ບົວ​ຮ່າ​ໂນ້ຍ 2026 ຈະຈັດ​ຂຶ້ນ​ແຕ່​ວັນ​ທີ 26 – 28 ມິ​ຖຸ​ນາ (ພາບ: ຄະ​ນະ​ຈັດ​ຕັ້ງ)

ວັນ​ບຸນດອກ​ບົວ​ຮ່າ​ໂນ້ຍ 2026 ຢູ່​ເຂດ​ໜອງ​​ໂຮ່ໄຕ ແລະ ສະ​ຖານ​ທີ່​ຈຳ​ນວນ​ໜຶ່ງ​ໃນ​ບໍ​ລິ​ເວນ​ຕາ​ແສງ ໄຕ​ໂຮ່ ໂດຍ​ພະ​ແນກ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ໄຕ​ໂຮ່ ຈັດ​ຂຶ້ນ​ແຕ່​ວັນ​ທີ 26 – 28 ມິ​ຖຸ​ນາ. ວັນ​ບຸນ​ໄດ້​ຈັດ​ຂຶ້ນ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ທັງ​ລອງ ຮ່າ​ໂນ້ຍ, ເຊີດ​ຊູ​ຄວາມ​ງາມ ແລະ ຄຸນ​ຄ່າ​ຂອງດອກ​ບົວ​ໃນ​ຊີ​ວິດ​ດ້ານ​ວັ​ດ​ທະ​ນະ​ທຳ ຫວຽດ​ນາມ, ພ້ອມ​ທັງ​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກດອກ​ບົວ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ທ່ອງ​ທ່ຽວຂອງ​ນະ​ຄອນ.

ຕາມ​ແຜນ​ການ​ແລ້ວ, ພິ​ທີ​ໄຂ​ຈະ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຢູ່​ສວນ​ສາ​ທາ​ລະ​ນະ ລີ​ຕື້​ຈ້ອງ (ຖະ​ໜົນ​ຖຸຍ​ເຄ, ໄຕ​ໂຮ່). ໃນ​ຂອບ​ເຂດ​ວັນບຸນ, ມີຫຼາຍບໍ​ລິ​ເວນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ແລະ ​ລາຍການ​ສຳ​ພັດຈະໄດ້​ຈັດ​ຂຶ້ນ​ຄື: ​ບໍ​ລິ​ເວນດອກ​ບົວ - ຍອດ​ຢ້ຽມ ແລະ ຊີ​ວິດ​ປະ​ຈຳ​ວັນ; ດອກ​ບົວ - ສິ​ລະ​ປະ ແລະ ​ການປະ​ດິດ​ສ້າງ​; ດອກ​ບົວ - ການ​ສະ​ແດງ ແລະ ​ຊຸມ​ຊົນ… ພ້ອມ​ກັບ​​ການ​​ສະ​ແດງ​ສິ​ລະ​ປະ, ກິ​ລາ ແລະ ການ​ພົບ​ປະ​ແລກ​ປ່ຽນ​​ຖ່າຍຮູບ. ຈຸດ​ເດັ່ນ​ຂອງງານ​ບຸນ​ແມ່ນ​ບັນ​ດາ​ກິດ​ຈະ​ກຳ​ວາງ​ສະ​ແດງ, ແນະ​ນຳ​ດອກ​ບົວ​ແນວ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ ແລະ ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ; ຫັດ​ຖະ​ກຳ​ທໍ​ຜ້າ​ໄໝ​​ບົວ, ສິ​ລະ​ປະ​ການ​ແຕ້ມ​​ດອກ​ບົວ…

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top