ຂ່າວສານ
ວັນທີ 11 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດດຳເນີນກອງປະຊຸມຄັ້ງທີ 2 ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI
ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະບັນຍັດວ່າດ້ວຍການໂຮມເອກະສານນິຕິກຳເຂົ້າກັນ.
ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາບົດລາຍງານກ່ຽວກັບວຽກງານຮັບຟັງປະຕິບັດຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເດືອນ ມີນາ ແລະ ເດືອນ ເມສາ ປີ 2026 ຂອງສະພາແຫ່ງຊາດ.
ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດຈະສະຫຼຸບກອງປະຊຸມຄັ້ງປະຖົມມະລຶກ ແລະ ປະກອບຄຳເຫັນໃນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI.







