• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ຄອບ​ຄົວ ອາ​ຊຽນ 2023: ຄອບ​ຄົວ​ໃຫຍ່​ອາ​ຊຽນ ນັບ​ມື້​ນັບ​ມີ​ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ​ກ່​ວາ

ວັນຄອບຄົວ ອາຊຽນ ປະຈຳປີ ແມ່ນໂອກາດເພື່ອປັບປຸງພື້ນຖານມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດ ສະມາຊິກໃນອາຊຽນ ກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາໃຫ້ຫຼາຍກ່ວາອີກ.
ບັນດາຜູ້ແທນເຂົ້າຮ່ວມວັນຄອບຄົວ ອາຊຽນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (1967 - 2023) ແລະ 28 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ອາຊຽນ (1995 - 2023), ວັນທີ 20 ສິງຫາ ຢູ່ຫາຍຝ່ອງ, ກະຊວງການຕ່າງປະເທດ ແລະ ກຸ່ມແມ່ຍິງປະຊາຄົມອາຊຽນ ປະຈຳ ຮ່າໂນ້ຍ (AWCH) ໄດ້ສົມທົບກັນຈັດຕັ້ງເຫດການວັນຄອບຄົວອາຊຽນ 2023. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຮຸ່ງວຽດ ຢັ້ງຢືນວ່າ ວັນຄອບຄົວ ອາຊຽນ ປະຈຳປີ ແມ່ນໂອກາດເພື່ອປັບປຸງພື້ນຖານມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດ ສະມາຊິກໃນອາຊຽນ ກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາໃຫ້ຫຼາຍກ່ວາອີກ, ທ່ານສະແດງຄວາມເຊື່ອໝັ້ນວ່າ ເຫດການປີນີ້ ໄດ້ຈັດຂຶ້ນຢູ່ ຫ໋າຍຝ່ອງຈະສ້າງຄວາມປະທັບໃຈທີ່ດີງາມໃຫ້ແກ່ບັນດາສະມາຊິກຂອງອາຊຽນ.

ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi, ໂດຍຕາງໜ້າໃຫ້ຫົວໜ້າອົງການຕາງໜ້າບັນດາປະເທດອາຊຽນ ແລະ ໃນຖານະເປັນປະເທດດຳລົງຕຳແໜ່ງປະທານອາຊຽນ, ຖືວ່າ ການຈັດຕັ້ງລາຍການເປັນປະຈຳ ໄດ້ຢັ້ງຢືນໃຫ້ເຫັນບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການເພີ່ມທະວີນ້ຳໃຈມິດຕະພາບ ລະຫວ່າງບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາຄູ່ຮ່ວມມື.

ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (1967 - 2023) ແລະ 28 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ອາຊຽນ (19

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top