• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນໄຫວ້ພະຈັນ 2020 ທີ່ເປັນເອກະລັກ

      ໃນ ວັນບຸນ, ພວກນ້ອງນ້ອຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ແຫ່ໂຄມໄຟ, ຟ້ອນສິງໂຕ, ຈັດຕັ້ງການວາງສະແດງ ແລະ ແຂ່ງຂັນການລະຫຼິ້ນພື້ນເມືອງ, ຂຽນຕົວໜັງສືຫວຽດເດີມ, ແຕ້ມພາບ ດົງໂຮ່.

ພາບປະກອບ: thanglong.chinhphu.vn
      ວັນບຸນໄຫວ້ພະຈັນ 2020 ໄດ້ຈັດຕັ້ງແຕ່ວັນທີ 28 ກັນຍາ (ກົງກັບມື້ຂຶ້ນ 12 ຄ່ຳເດືອນ 8 ໄລ່ຕາມຈັນທະປະຕິທິນ) ຫາ ວັນທີ 1 ຕຸລາ (ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ໄລ່ຕາມຈັນທະປະຕິທິນ), ຢູ່ສູນວາງສະແດງວັດທະນະທຳສິປະລະ ຫວຽດນາມ, ເຮືອນເລກທີ 2 ຮວາລື, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ດ້ວຍການເຄື່ອນໄຫວທີ່ພົ້ນເດັ່ນຫຼາຍຢ່າງ.
        ໃນ ວັນບຸນ, ພວກນ້ອງນ້ອຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ແຫ່ໂຄມໄຟ, ຟ້ອນສິງໂຕ, ຈັດຕັ້ງການວາງສະແດງ ແລະ ແຂ່ງຂັນການລະຫຼິ້ນພື້ນເມືອງ, ຂຽນຕົວໜັງສືຫວຽດເດີມ, ແຕ້ມພາບ ດົງໂຮ່. ຢູ່ວັນບຸນຍັງມີບໍລິເວນຫຼະລິ້ນພື້ນເມືອງເຊິ່ງນຳເອົາຄວາມຮູ້ສຶກທີ່ເປັນໜ້າຈັບໃຈໃຫ້ແກ່ຜູ້ຊົມເມື່ອໄດ້ຫວນຄືນຄາວຍັງນ້ອຍ. ຄຽງຄູ່ກັນນັ້ນ, ຍັງມີຕະຫຼາດນັດໄຫວ້ພະຈັນ 2020 ທີ່ເຕົ້າໂຮມຮ້ານສະແດງ ແລະ ວາງຂາຍຜະລິດຕະພັນຫຼາຍຊະນິດກ່ວາ 50 ຮ້ານ ທີ່ມາຈາກທົ່ວທຸກແຫ່ງໃນທົວປະເທດ. 
 (ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top