• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນວິສາຂະບູຊາ 2023: ສານ, ຫຼັກສິນທຳພຸດທະສາສະໜາ ປະກອບສ່ວນສ້າງຕັ້ງ ແລະ ປັບປຸງສາຍພົວພັນ ຫວຽດນາມ - ອິນເດຍ

ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Sadeep ປາດຖະໜາວ່າ ຜ່ານງານບຸນນີ້, ບັນດາສານ ແລະ ຫຼັກຄຳສອນພື້ນຖານຂອງພຸດທະສາສະໜາ ຈະມີການແຜ່ຈະຈາຍ, ຊ່ວຍມະນຸດມຸ່ງໄປເຖິງບັນດາຄຸນຄ່າອັນດີງາມ, ຢູ່ໃນສິນກິນໃນທຳ
  (ພະມະຫາອາຈານ ທິກແທັງຍ້ຽວ)  

ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ 2023 (ພສ 2567), ຕອນຄ່ຳວັນທີ 25 ພຶດສະພາ, ຢູ່ວັດ ເຈິນກວກ, ຮ່າໂນ້ຍ, ສະມາຄົມພຸດທະສາສະໜາ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ອິນເດຍ ປະຈຳ ຫວຽດນາມ, ຈັດວັນບຸນວິສາຂະບູຊາ 2023. ທີ່ພິທີ, ພະມະຫາອາຈານ ທິກແທັງຍ້ຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານພຸດທະສາສະໜາ ຫວຽດນາມ, ໄດ້ອ່ານສານຂອງສາດສະດາພຸດທະສາສະໜາ ຫວຽດນາມ, ພະມະຫາອາຈານ ທິກຈີກວາງ ທີ່ສົ່ງເຖິງ ພະສົງສຳມະເນນ, ພຸດທະສາສະນິກກະຊົນໝົດທຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Sadeep ຢືນຢັນວ່າ, ໃນວິວັດທະນາການຂອງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ອິນເດຍ. ທ່ານປາດຖະໜາວ່າ ຜ່ານງານບຸນນີ້, ບັນດາສານ ແລະ ຫຼັກຄຳສອນພື້ນຖານຂອງພຸດທະສາສະໜາ ຈະມີການແຜ່ຈະຈາຍ, ຊ່ວຍມະນຸດມຸ່ງໄປເຖິງບັນດາຄຸນຄ່າອັນດີງາມ, ຢູ່ໃນສິນກິນໃນທຳ; ປະກອບສ່ວນເຊື່ອມຕໍ່ປະຊາຊົນ 2 ປະເທດ, ປະກອບສ່ວນສ້າງ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top