• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນພົບປະແລກປ່ຽນ “ເຕັມໄປດ້ວຍນ້ຳໃຈມິດຕະພາບ-ມຸ່ງໄປສູ່ອະນາຄົດ” ເຂດຊາຍແດນຫວຽດນາມ-ລາວ

ມີ 9 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ ທີ່ມີເສັ້ນຊາຍແດນລວມຈະເຂົ້າຮ່ວມວັນບຸນດັ່ງກ່າວ.
  (ພາບປະກອບ: TTXVN)  

 ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 3 ດ້ວຍຫົວເລື່ອງ  ເຕັມໄປດ້ວຍນ້ຳໃຈມິດຕະພາບ-ມຸ່ງໄປສູ່ອະນາຄົດ” ຈະດຳເນີນໃນເວລາ 3 ວັນຢູ່ແຂວງດ້ຽນບຽນ ໃນເດືອນກັນຍາປີ 2022 ຈະມາເຖິງ. ນີ້ແມ່ນເຫດການວັດທະນະທຳ, ການເມືອງໃຫ່ຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (5/9/1962 - 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ (18/7/1977 - 18/7/2022).

ມີ 9 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ ທີ່ມີເສັ້ນຊາຍແດນລວມຈະເຂົ້າຮ່ວມວັນບຸນດັ່ງກ່າວ. ບັນດາການເຄື່ອນໄຫວທີ່ມີຄວາມໝາຍຈະດຳເນີນໃນວັນບຸນ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 3 ລວມ ມີ: ການສະແດງຊຸດອາພອນປະຈຳຊາດ, ງານວາງສະແດງ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ທ່ອງທ່ຽວ, ປະເທດຊາດ ແລະ ຊາວຫວຽດມ-ລາວ ແລະ ບັນດາຜົນງານດ້ານເສດຖະກິດ-ສັງຄົມຂອງທ້ອງຖິ່ນຕ່າງໆ, ການຮ່ວມມືຮອບດ້ານກັບປະເທດລາວ…. ພິເສດແມ່ນງານມະໂຫລານສິລະປະມະຫາຊົນດ້ວຍຫົວເລື່ອງ “ເຕັມໄປດ້ວຍນ້ຳໃຈມິດຕະພາບ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top