• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນທ່ອງທ່ຽວສາກົນ 27 ກັນຍາ: ອາຊຽນ ເຊື່ອໝັ້ນຕໍ່ແງ່ຫວັງເຕີບໂຕການທ່ອງທ່ຽວແບບຕັ້ງໜ້າ

ຕາມບົດລາຍງານແລ້ວ, ລະດັບເຕີບໂຕການທ່ອງທ່ຽວ ອາຊຽນ ມີທ່າກ້າວຂຶ້ນໃນໄຕມາດທີ IV. ໂດຍຄັດສະເໜີຕົວເລກຕິດຕາມການຟື້ນຟູການທ່ອງທ່ຽວຂອງອົງການທ່ອງທ່ຽວໂລກ (UNWTO), ບົດລາຍງານຂອງ ອາຊຽນ ໄດ້ຊີ້ໃຫ້ເຫັນຈຳນວນເທື່ອຊອກຄົ້ນຫາໂຮງແຮມໃນພາກພື້ນໄດ້ເພີ່ມຂຶ້ນ 28%...
  ພາບປະກອບ  

ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດບົດລາຍງານສະແດງໃຫ້້ເຫັນວ່າຂະແໜງທ່ອງທ່ຽວຂອງພາກພື້ນພວມຟື້ນຟູ, ດ້ວຍຈຳນວນເທື່ອຄົນຊອກຄົ້ນຫາໂຮງແຮມພັກເຊົ່າ, ອັດຕາຈົດທະບຽນການຢູ່ອາໄສຊົ່ວຄາວ ແລະ ຄວາມເຊື່ອໝັ້ນຕໍ່ການທ່ອງທ່ຽວລ້ວນແຕ່ເພີ່ມຂຶ້ນ. ຕາມບົດລາຍງານແລ້ວ, ລະດັບເຕີບໂຕການທ່ອງທ່ຽວ ອາຊຽນ ມີທ່າກ້າວຂຶ້ນໃນໄຕມາດທີ IV. ໂດຍຄັດສະເໜີຕົວເລກຕິດຕາມການຟື້ນຟູການທ່ອງທ່ຽວຂອງອົງການທ່ອງທ່ຽວໂລກ (UNWTO),  ບົດລາຍງານຂອງ ອາຊຽນ ໄດ້ຊີ້ໃຫ້ເຫັນຈຳນວນເທື່ອຊອກຄົ້ນຫາໂຮງແຮມໃນພາກພື້ນໄດ້ເພີ່ມຂຶ້ນ 28% ນັບແຕ່ຕົ້ນປີ 2022 ມາຮອດປະຈຸບັນ, ໃນຂະນະທີ່ອັດຕາການຈົດທະບຽນການຢູ່ອາໄສຊົ່ວຄາວຢູ່ໂຮງແຮມກໍ່ເພີ່ມຂຶ້ນ 57%. ເບິ່ງລວມແລ້ວ, ຄວາມເຊື່ອໝັ້ນດ້ານການທ່ອງທ່ຽວໃນທົ່ວພາກພື້ນເພີ່ມຂຶ້ນປະມານ 40% ນັບແຕ່ຕົ້ນປີມາຮອດປະຈຸບັນ ແລະ ຄາດວ່າ, ຈະສືບຕໍ່ເພີ່ມຂຶ້ນເມື່ອວັກຊິນກັນ ໂຄວິດ -19 ໄດ້ຮັບການແຈກຢາຍໃນທົ່ວໂລກ ແລະ ບັນດາສາຍພັນໃໝ່ອາການເບົາກ່ວາ. ອາຊຽນ ໃຫ້ຂໍ້ສັງເກດວ່າ ໂລກລະບາດໂຄວິດ - 19 ໄດ້ສ້າງກຳລັງໜູນ ແລະ ກາລະໂອກາດເພື່ອໃຫ້ຂົງເຂດທ່ອງທ່ຽວໄດ້ຮັບການສ້າງໃຫ້ດີກ່ວາ, ຮັບຮອງເອົາບັນດາມາດຕະການອອກແບບ ແລະ ສ້າງຂະແໜງທ່ອງທ່ຽວແບບຍືນຍົງກ່ວາ, ປັບປຸງຄວາມສາມາດຕ້ານທານຕໍ່ວິກິດການ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top