• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນທີ 1 ຂອງບຸນເຕັດ ໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ຫຼາຍປະເທດໃນໂລກ

ປີນີ້ແມ່ນປີທຳອິດ ບຸນເຕັດ ໂດຍ ສປຊ ຮັບຮອງເອົາແມ່ນວັນພັກປະຈຳປີ ຂອງອົງການຈັດຕັ້ງໃຫຍ່ທີ່ສຸດທົ່ວໂລກນີ້. ພ້ອມກັບການຮັບຮອງຂອງສປຊ, ຈິດໃຈບຸນເຕັດ ສືບຕໍ່ໄດ້ຮັບການແຜ່ຂະຫຍາຍຢູ່ຫຼາຍເຂດພາກໃນທົ່ວໂລກ.
 
ພາບປະກອບ: Reuters

ຢູ່ບັນດາຖະໜົນຫົນທາງທີ່ເຕົ້າໂຮມຊາວອາຊີດຳລົງຊີວິດເປັນຈຳນວນຫຼາຍ ຢູ່ນະຄອນ Sydney, ອົດສະຕາລີ, ຕອນຄ່ຳວັນທີ 10 ກຸມພາ ໄດ້ດຳເນີນວັນບຸນໃຫຍ່ ດ້ວຍຫຼາຍການເຄື່ອນໄຫວວັດທະນະທຳສິລະປະຈາກການສະແດງດົນຕີຕະຫຼອດຮອດການຊ່ວງເຮືອມັງກອນ. ພົ້ນເດັ່ນກ່ວາໝູ່ແມ່ນການ ເຊີດສິງໂຕ ທີ່ຟົດຟື້ນມ່ວນຊື່ນ ດ້ວຍການດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼາຍເຊິ່ງມາທ່ຽວ Sydney ໃນໂອກາດນີ້.

ຢູ່ຈີນ, ໃນວັນທີ 1 ບຸນເຕັດ, ບັນດາການເຄື່ອນໄຫວສະແດງວັດທະນະທຳສິລະປະ ຂ່ຳນັບຮັບຕອນປີໃໝ່ ໄດ້ຮັບການຈັດຂຶ້ນຢ່າງໃຫຍ່ໂຕມະໂຫຖານ ກ່ວາເວລາໃດໝົດຢູ່ຫຼາຍທ້ອງຖິ່ນ. ຢູ່ຮົ່ງກົງ ໄດ້ດຳເນີນການເຊີດສິງໂຕ, ດ້ວຍການເຂົ້າຮ່ວມຂອງຫຼາຍນັກສິລະບິນສາກົນ ມາຈາກຫຼາຍປະເທດຄື: ຍີ່ປຸ່ນ,ສ.ເກົາຫຼີ, ເຢຍລະມັນ, ອາເມລິກາ ແລະ ໂຮນລັງ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top