• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ຫວຽດ​ນາມ - ປະ​ເທ​ດ​ຊາດ​ໃນ​ຫົວ​ໃຈ​ຂອງ​ຂ້ອຍ”

ຕອນຄ່ຳວັນທີ 17 ສິງຫາ, ຢູ່ຖະໜົນຍ່າງ ຫງວຽນເຫ້ວ (ເມືອງ 1), ນະຄອນ ໂຮ່ຈີມິນ ຫວຽດນາມ, ພະແນກວັດທະນະທຳ, ກິລາ ໄດ້ສົມທົບກັບຕຳຫຼວດນະຄອນ ໂຮ່ຈີມິນ ໄດ້ຈັດລາຍການສິລະປະ ດ້ວຍຫົວຂໍ້ “ຫວຽດນາມ - ປະເທດຊາດໃນຫົວໃຈຂອງຂ້ອຍ”.
ລາຍການສິລະປະ ດ້ວຍຫົວຂໍ້ “ຫວຽດນາມ - ປະເທດຊາດໃນຫົວໃຈຂອງຂ້ອຍ” (ພາບ: TTXVN)

ນີ້ແມ່ນເຫດການສະເຫຼີມສະຫຼອງ 55 ປີແຫ່ງການປະຕິບັດພິໄນກຳຂອງທ່ານປະທານ ໂຮ່ຈີມິນ (10/5/1969 - 10/5/2024), 79 ປີ ແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ (19/8/1945 - 19/8/2024), 79 ປີວັນມູນເຊື້ອຕຳຫຼວດປະຊາຊົນ ຫວຽດນາມ (19/8/1945 - 19/8/2024)  ແລະ 19 ປີແຫ່ງວັນທົ່ວປວງຊົນປ້ອງກັນຄວາມສະຫງົບຂອງປະເທດຊາດ  (19/8/2005 -19/8/2024).ລາຍການສະແດງສິລະປະ ໄດ້ຢັ້ງຢືນວ່າ ຄຳພິໄນກຳຂອງປະທານ ໂຮ່ຈີມິນ ແມ່ນລວມຍອດແນວຄິດ, ຄຸນສົມບັດ ແລະ ນ້ຳໃຈອັນສູງສົ່ງຂອງນັກຮົບວິລະຊົນປົດປ່ອຍຊາດ - ຜູ້ກໍ່ຕັ້ງ, ຈັດຕັ້ງ, ສຶກສາ ແລະ ຫຼໍ່ຫຼອມກຳລັງຕຳຫຼວດປະຊາຊົນ. ຜ່ານບັນດາລາຍການສະແດງສິລະປະ, ບັນດາຜູ້ແທນ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ພ້ອມກັນຫວນຄືນມູນເຊື້ອ 79 ປີແຫ່ງວັນສ້າງຕັ້ງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນ ຫວຽດນາມ ແລະ ໝາກຜົນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ ຂອງກຳລັງຕຳຫຼວດປະຊາຊົນບັນລຸໃນ 55 ປີຜ່ານມາ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top