• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ໃຫ້​ສະ​ດວກ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ

ຕອນບ່າຍວັນທີ 7 ມິຖຸນາ, ທ່ານ ຫງວຽນວັນຖັ໊ງ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບກຸ່ມບັນຫາຂຶ້ນກັບຂົງເຂດຄົມມະນາຄົມ - ຂົນສົ່ງ.
  ທ່ານ ຫງວຽນວັນຖັ໊ງ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ (ພາບ: VOV)  

ວາລະຊັກຖາມໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ XV. ນີ້ແມ່ນຄັ້ງທຳອິດທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງຕອບຄຳຊັກຖາມຕໍ່ໜ້າສະພາແຫ່ງຊາດ.

ຂຶ້ນຕົ້ນວາລະຊັກຖາມ, ທ່ານລັດຖະມົນຕີ ຫງວຽນວັນທັ້ງໃຫ້ຮູ້ວ່າ ຂະແໜງໄດ້ຜັນຂະຫຍາຍບັນດາໜ້າທີ່ຢ່າງທັນການໂດຍພື້ນຖານ, ການປ່ອຍເງິນລົງທຶນສາທາລະນະບັນລຸກ່ວາ 96% ແຜນການ. ຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການພື້ນຖານໄດ້ຮັບການຮັບປະກັນດ້ວຍເສັ້ນທາງດ່ວນ 566 ກີໂລແມັດ ໄດ້ນຳເຂົ້າເຄື່ອນໄຫວ ແຕ່ຕົ້ນອາຍຸການ, ຍົກຍອດຈຳນວນຄວາມຍາວເສັ້ນທາງດ່ວນໃນທົ່ວປະເທດຂຶ້ນເຖິງ 1.700 ກີໂລແມັດ. ການລົງທຶນກໍ່ສ້າງບັນດາເສັ້ນດ່ວນຕາມໂຄງການຟື້ນຟູເສດຖະກິດພວມໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ມີບາງໂຄງການຈະລົງມືກໍ່ສ້າງໃນທ້າຍເດືອນມິຖຸນານີ້ ຕາມແຜນການ.

(ແຫຼ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top