• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາ​ຊະອາ​ນາ​ຈັກ​ອັງ​ກິດ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ ຈະຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ​ສູນ​ໃນ​ປີ 2050 ຂອງ​ຫວຽດ​ນາມ

ທ່ານເອກອັກຄະລັດທະທຸດອັງກິດປະຈຳຫວຽດນາມ Gareth Ward ໃຫ້ຮູ້ວ່າ: ລາຊະອານາຈັກອັງກິດມີຄວາມປະທັບໃຈທີ່ສຸດຕໍ່ ຄຳໝັ້ນສັນຍາຈະຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງສູນໃນປີ 2050 ຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊູມສຸດຍອດບັນດາການນຳ ໃນຂອບເຂດກອງປະຊຸມສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP26) ໃນຕອນແລງວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ປະກາດບັນດາຄຳໝັ້ນສັນຍາຂອງຫວຽດນາມ ໃນວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມນັ້ນແລ້ວ, ຫວຽດນາມໃຫ້ຄຳໝັ້ນສັນຍາ ຈະຫຼຸດຜ່ອຍການປ່ອຍອາຍພິດເຮືອນແກ້ວລົງສູນໃນປີ 2050, ພ້ອມກັນນັ້ນເຫັນດີສະໜັບສະໜູນ ຖະແຫຼງການ ແລະ ຂໍ້ລິເລີ່ມສຳຄັນກ່ຽວກັບວຽກງານປົກປັກຮັກສາປ່າ, ຫັນເປັນນຳໃຊ້ພະລັງງານສາມາດຜະລິດຄືນໃໝ່ໄດ້…ວິຈານກ່ຽວກັບບັນດາຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ, ທ່ານເອກອັກຄະລັດທະທຸດອັງກິດປະຈຳຫວຽດນາມ Gareth Ward ໃຫ້ຮູ້ວ່າ: ລາຊະອານາຈັກອັງກິດມີຄວາມປະທັບໃຈທີ່ສຸດຕໍ່ ຄຳໝັ້ນສັນຍາຈະຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງສູນໃນປີ 2050 ຂອງຫວຽດນາມ. ເປົ້າໝາຍນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ, ເພື່ອປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມລວມ ເພື່ອສະກັດກັ້ນຮັກສາອຸນຫະພູມຂອງໜ່ວຍໂລກເພີ່ມຂື້ນບໍເກີ່ນ1,5 ອົງສາCແລະ ສະກັດກັ້ນໜ່ວຍໂລກຮ້ອນຂື້ນ. ທ່ານເອກອັກຄະລັດທະທຸດ Gareth Wardຢັ້ງຢືນວ່າ ລາຊະອານາຈັກອັງກິດປາຖະໜາສືບຕໍ່ຮ່ວມມືກັບຫວຽດນາມເພື່ອບັນລຸຜົນສຳເລັດທີ່COP26, ພ້ອມກັນນັ້ນໜູນຊ່ວຍຫວຽດນາມໃນວຽກງານປະຕິບັດບັນດາຄຳໝັ້ນສຳຍາດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top