• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ປະກາດໄວ້ທຸກລະດັບຊາດອາໄລຫາອະດີດປະທານປະເທດ ເຈິ່ນດ້າຍກວາງ ໃນວັນທີ 26 – 27 ກັນຍາ

ຕອນບ່າຍວັນທີ 24 ກັນຍາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ໄດ້ອອກແຈ້ງການກ່ຽວກັບການຈັດຕັ້ງໄວ້ທຸກລະດັບຊາດອາໄລຫາທ່ານ ເຈິ່ນດ້າຍກວາງ, ກຳມະການກົມການເມືອງ, ປະທານປະເທດແຫ່ງ ສສ.ຫວຽດນາມ.

ແຈ້ງການສະເໜີບັນດາກະຊວງ, ອົງການທຽບເທົ່າ ກະຊວງ, ນະຄອນຫລວງ ວຽງຈັນ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ ລາວ ລົດທຸງລົງເຄິ່ງເສົາຢູ່ສຳນັກງານ, ຫ້ອງການເລີ່ມແຕ່ເວລາ 6 ໂມງເຊົ້າວັນທີ 26 ກັນຍາ ເຖິງ 18 ໂມງວັນທີ 27 ກັນຍາ, ພ້ອມທັງ ຢຸດຕິທຸກການເຄື່ອນໄຫວລະຫຼິ້ນ, ບັນເທິງໃນໄລຍະເວລາດັ່ງກ່າວຢູ່ທົ່ວປະເທດ.

       ແຈ້ງການກໍ່ໃຫ້ຮູ້ວ່າ: ບັນດາກະຊວງ, ຂະແໜງການ, ບັນດາແຂວງ…ສາມາດຈັດສົ່ງຄະນະຜູ້ແທນໄປໄວ້ອາໄລ ແລະ ຂຽນໃສ່ປື້ມໄວ້ອາໄລອະດີດປະທານປະເທດ ເຈິ່ນດ້າຍກວາງ ທີ່ສະຖານທູດ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນ ແລະ ຢູ່ບັນດາສະຖານກົງສູນໃຫຍ່ຂອງ ຫວຽດນາມ ຢູ່ພາກເໜືອ, ພາກໃຕ້, ພາກກາງ ລາວ ໃນລະຫວ່າງວັນທີ 26 – 27 ກັນຍາ.

   ວັນທີ 24 ກັນຍາ, ຢູ່ສະຖານທູດຫວຽດນາມທີ່ກຳປູເຈຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພະລາດຊະວັງກຳປູເຈຍ ສົມເດັດ ກົງຊາມອອນ ໄດ້ມອບຈົດໝາຍສະແດງການແບ່ງເບົາຄວາມເສົ້າສະຫລົດໃຈຂອງກະສັດກຳປູເຈຍສິຫະໂມນີເມື່ອໄດ້ຮັບຊາບຂ່າວທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ. ກະສັດກຳປູເຈຍສິຫະໂມນີ ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫລົດໃຈ ແລະ ຄວາມໂສກເສົ້າເສຍດາຍມາຍັງຄອບຄົວຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ປະຊາຊົນຫວຽດນາມຍ້ອນການສູນເສຍຢ່າງໃຫຍ່ຫຼວງນີ້.

     ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຈາ ໄດ້ໄປຍັງສະຖານທູດຫວຽດນາມປະຈຳໄທທີ່ບາງກອກເພື່ອໄວ້ອາໄລ ແລະ ຈົດບັນທຶກໃສ່ປຶ້ມໄວ້ອາໄລທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ. ແຕ່ວັນທີ 24 ຫາວັນທີ 26 ກັນຍາ, ບັນດາອົງການ, ສຳນັກງານ, ຫ້ອງການຕ່າງໆຢູ່ໄທ ລ້ວນແຕ່ລົດທຸງລົງເຄິ່ງເສົາເພື່ອໄວ້ທຸກອາໄລຫາເຖິງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ. ທ່ານນາຍົກລັດຖະມົນຕີໄທ ແລະ ລັດຖະມົນຕີການຕ່າງປະເທດໄທກໍໄດ້ ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ ມໍລະນະກຳຂອງທ່ານປະທານປະເທດເຈິ່ນດ້າຍກວາງ ເຖິງທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນເຊັ່ນດຽວກັນ.

       ກ່ອນໜ້ານັ້ນ, ໃນວັນທີ 21 ກັນຍາ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ກໍ່ໄດ້ຝາກໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

(​ແຫຼ່ງຄັດ​ຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top