• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຍົກເລີກພາສີສົ່ງອອກກວ່າ 8.000 ປະເພດສິນຄ້າ ຂອງ ອາຊຽນ

      ໜັງສືພິມ Vientiane Times ສົ່ງຂ່າວໃນບົດລາຍງານ ທີ່ການປະຊຸມປະຈຳປີ ຂອງ ຂະແໜງການແຜນການ ແລະ ການເງິນ ລາວ ທີ່ນະຄອນຫຼວງ ວຽງຈັນ ໃນມໍ່ໆນີ້, ກະຊວງ ແຜນການ ແລະ ການລົງທຶນລາວໃຫ້ຮູ້ວ່າ: ວົງການຕຳແໜ່ງ ຂອງປະເທດນີ້ ໄດ້ຫຼຸດພາສີສົ່ງອອກລົງ 0% ຕໍ່ 8.536 ປະເພດສິນຄ້າ ທີ່ນຳເຂົ້າຈາກບັນດາປະເທດສະມາຊິກ ອາຊຽນ ເໝືອນດັ່ງສ່ວນໜຶ່ງໃນຄວາມມານະພະຍາຍາມ ເພື່ອ ສ້າງຕັ້ງເຂດການຄ້າເສລີອາຊຽນ.
      ຕົວເລກນີ້ກວມເອົາ 89% ໃນຈຳນວນສິນຄ້າທັງໝົດ ໃນບັນຊີລາຍຊື່ ບັນດາຜະລິດຕະພັນ ແລະ ສິນຄ້າ ທີ່ລາວ ກຳລັງແລກປ່ຽນການຄ້າ ກັບບັນດາປະເທດໃນພາກພື້ນ ຕາມສັນຍາການຄ້າ ສິນຄ້າ ອາຊຽນ (ATIGA).
      ລາຍງານກໍໃຫ້ຮູ້ຕື່ມອີກວ່າ ຕາມສັນຍາ ATIGA, ລາວພຽງສາມາດ ຮັກສາໄວ້ ພາສີສົ່ງອອກ ຕໍ່ ບັນດາ ຜະລິດຕະພັນ ທີ່ປະເທດນ້ີ ຖືວ່າຈຳເປັນ ຕໍ່ຄວາມໝັ້ນຄົງ ດ້ານເສດຖະກິດ. ຕາມນັ້ນ, ລາວໄດ້ຮັກສາໄວ້ອັດຕາພາສີ ຕໍ່ 325 ປະເພດສິນຄ້າອື່ນໆ.
ມີເຈົ້າໜ້າທີ່ພາສີຄົນໜຶ່ງ ໃຫ້ຮູ້ວ່າ ໃນຊຸມປີມໍ່ໆນີ້, ລັດຖະບານລາວ ໄດ້ເກັບພາສີມູນຄ່າເພີ່ມ ຢູ່ອັນດັບ 10% ຕໍ່ສິນຄ້າສົ່ງອອກເຂົ້າປະເທດນີ້ ເພື່ອຈຸດປະສົງຊຸກຍູ້ລາຍຮັບ ຂອງວິສາຫະກິດພາຍໃນປະເທດ. ນອກຈາກນັ້ນ ມີຫຼາຍຜະລິດຕະພັນນຳເຂົ້າ ຍັງຖືກເກັບພາສີຈຳໜ່າຍພິເສດ ຫຼື ພາສີຂອງວິສາຫະກິດ. 
      ປັດຈຸບັນ, ບັນດາຜະລິດຕະພັນຕ່າງປະເທດ ກຳລັງຖ້ວນລົ້ນຕະຫຼາດລາວ ແລະ ກວມ ກວ່າ 50% ບັນດາປະເພດສິນຄ້າ ທີ່ໄດ້ຂາຍອອກຢູ່ປະເທດນີ້.
      ລັດຖະບານລາວກຳລັງພະຍາຍາມຊຸກຍູ້ການຜະລິດ ແລະ ຈຳໜ່າຍພາຍໃນ, ແຕ່ຫຼາຍວິສາຫະກິດເຊັ່ນ ບັນດານັກຜະລິດ ຊີມັງ ແລະ
ເຫຼັກ້າ ໄດ້ຈົ່ມວ່າຍັງຖືກແກ່ງແຍ້ງຢ່າງໜັກ ຈາກ ວິສາຫະກິດຕ່າງປະເທດ.

ໂດຍ: VNA/VNP

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top