• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ “ວັນ​ອາ​ທິດ​ແດງ” ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ

ລາຍການ ໄດ້ດຶງດູດສະມາຊິກຊາວໜຸ່ມ, ນັກຮົບ, ປະຊາຊົນເຂົ້າຮ່ວມການບໍລິຈາກເລືອດເປັນຈຳນວນຫຼາຍກວ່າ 600 ຄົນ.
ຄະນະຈັດຕັ້ງໄດ້ຮັບເລືອດບໍລິຈາກເກືອບ 250 ຖົງ (ພາບ: TTXVN)

ວັນທີ 24 ມັງກອນ, ຢູ່ແຂວງນາມດິ້ງ ຂອງ ຫວຽດນາມ, ໜັງສືພິມ ຕ່ຽນຟອງ, ຄະນະກຳມະການກ່ຽວກັບຄວາມປອດໄພທາງຄົມມະນາຄົມແຫ່ງຊາດ, ສະຖາບັນເລືອດສາດ - ສົ່ງເລືອດ ສູນກາງ ໄດ້ສົມທົບກັບກອງທຶນ ວີ່ເຕິ່ມວອກຫວຽດ  (Vi tam voc Viet), ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແຂວງ ນາມດິ້ງ ຈັດຕັ້ງລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ “ວັນອາທິດແດງ” ປີ 2021. ຄະນະຈັດຕັ້ງໄດ້ຮັບເລືອດບໍລິຈາກເກືອບ 250 ຖົງ.

        ໃນວັນດຽວກັນ, ຢູ່ນະຄອນ ດົ່ງເຮີ໊ຍ, ຄະນະຊາວໜຸ່ມແຂວງ ກວ໋າງບິ່ງ, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງນາມດິ້ງ, ສະພາກາແດງແຂວງກວ໋າງບິ່ງ ແລະ ໜັງສືພິມ ຕ່ຽນຟອງ ກໍໄດ້ສົມທົບກັນຈັດຕັ້ງວັນບຸນບໍລິຈາກເລືອດ “ວັນອາທິດແດງ” ຄັ້ງທີ 13 ປີ 2021. ລາຍການດັ່ງກ່າວ ໄດ້ດຶງດູດສະມາຊິກຊາວໜຸ່ມ, ນັກຮົບ, ປະຊາຊົນເຂົ້າຮ່ວມການບໍລິຈາກເລືອດເປັນຈຳນວນຫຼາຍກວ່າ 600 ຄົນ.

(ແຫຼ່ງຄັດຈາກ VOV)

ປາ​ກິດ​ສ​ະ​ຖານ ຄ​ວບ​ຄຸມ​ໄດ້​ບັນ​ດາ​ເປົ້າ​ໝາຍ​ລອບ​ຈັບ​ຕົວ​ປະ​ກັນ

ປາ​ກິດ​ສ​ະ​ຖານ ຄ​ວບ​ຄຸມ​ໄດ້​ບັນ​ດາ​ເປົ້າ​ໝາຍ​ລອບ​ຈັບ​ຕົວ​ປະ​ກັນ

ປັດຈຸບັນສາມາດຄວບຄຸມສະຖານະການໄດ້ແລ້ວ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກນຳໃຊ້ເພື່ອເປັນເຄື່ອງກຳບັງໄດ້ຮັບການກູ້ຊ່ວຍ, ຍົກຈຳນວນຜູ້ໂດຍສານທີ່ໄດ້ຮັບການກູ້ຊ່ວຍລວມທັງໝົດ 190 ຄົນ.

Top