• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສະແດງສິລະປະ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກຜົນຮ້າຍຢ້ອນຫຼັງຂອງທາດພິດສີສົ້ມ”

ລາຍການສະແດງສິລະປະດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກຜົນຮ້າຍຢ້ອນຫຼັງຂອງທາດພິດສີສົ້ມ - ເຈົ້າຈະບໍ່ໂດດດ່ຽວ” ໄດ້ດໍາເນີນໃນວັນທີ 10 ສິງຫາ ຢູ່ນະຄອນຮ່າໂນ້ຍ ເນື່ອງໃນໂອກາດລະນຶກເຖິງວັນໄພພິບັດຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຄົບຮອດ 58 ປີ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈຶອງຮວ່່າບິ່ງ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມນັບຮ້ອຍຄົນເຂົ້າຮ່ວມ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ (ພາບ:VOV)

ລາຍການສະແດງສິລະປະໄດ້ວາດພາບຄືນບາງຮູບພາບຂອງສົງຄາມເຄມີ ໂດຍ ອາເມລິກາ ປະຕິບັດຢູ່ຫວຽດນາມ. ນີ້ແມ່ນສົງຄາມດໍາເນີນຍາວສຸດ ແລະ ສົ່ງຜົນຮ້າຍຢ້ອນຫຼັງອັນຫົດຮ້າຍປາເຖື່ອນທີ່ສຸດໃນປະຫວັດສາດມວນມະນຸດ. ທາດພິດສີສົ້ມ ໄດ້ເຮັດໃຫ້ປະຊາຊົນຫວຽດນາມ 4,8 ລ້ານຄົນຖືກຕິດສານພິດ ແລະ ຫຼາຍກວ່າ 3 ລ້ານຄົນພວມປະສົບເຄາະຮ້າຍຈາກທາດພິດດັ່ງກວ່າ, ຫຼາຍຄົບຄົວມີຄວາມສ່ຽງບໍ່ສາມາດຮັກສາເຊື້ອພັນ, ເດັກນ້ອຍນັບໝື່ນຄົນຖືກພິການ. ກ່າວຄໍາເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ເນັ້ນໜັກວ່າ ໃນຫຼາຍປີຜ່ານມາ, ພັກ ແລະ ລັດຫວຽດນາມ ໄດ້ປະກາດໃຊ້ ບັນດານະໂຍບາຍຂົນຂວາຍກະຊວງ, ຂະແໜງການຂັ້ນຕ່າງໆ ແລະ ຜູ້ໃຈບຸນໃຈກຸສົນ, ບັນດາອົງການຈັດຕັ້ງສັງຄົມ ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ. ເນື່ອງໃນໂອກາດນີ້, ທ່ານ ເຈື່ອງຮວ່າບິ່ງ ສະເໜີວ່າ:

“ຂ້າພະເຈົ້າສະເໜີຄະນະ, ຂະແໜງການຂັ້ນຕ່າງໆທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ສໍາຫຼວດກວດກາສໍາເນົາເອກະສານ, ກໍານົດພະຍາດໃຫ້ຜູ້ຖືກຕິດທາດພິດສີສົ້ມ ເພື່ອໃຫ້ບັນດາຜູ້ປະສົບເຄາະຮ້າຍ ມີເງື່ອນໄຂຄົບຖ້ວນ ແລະ ໄດ້ຊົມໃຊ້ລະບອບນະໂຍບາຍຂອງລັດໂດຍໄວ. ສະເໜີໃຫ້ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ, ສືບຕໍ່ຜັນຂະຫຍາຍມາດຕະການຕ່າງໆ, ຈັດຕັ້ງການລະດົມແຫຼ່ງກໍາລັງຈາກອົງການຈັດຕັ້ງ, ວິສາຫະກິດແຫ່ງຕ່າງໆ ແລະ ຜູ້ໃຈບຸນໃຈກຸສົນ ເພື່ອໜູນຊ່ວຍບຸກຄົນດັ່ງກ່າວ.  ລະດົມກໍາລັງໃຈ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ເພື່ອບໍ່ມີໃຜຖືກປະປ່ອຍໄວ້ຢູ່ທາງຫຼັງ”.

        ທີ່ພິທີ, ມີສ່ວນບຸກຄົນ, ໝູ່ຄະນະ ໄດ້ຮັບໃບເຊີດຊູຈາກສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top