• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສະແດງສິລະປະສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລາວ -ຫວຽດນາມ

       ຕອນຄ່ຳວັນທີ 6 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ ໄດ້ດຳເນີນລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ສາຍຈິດມິດໃຈພິເສດ” ໂດຍບັນດານັກສິລະປິນ, ນັກສະແດງ ແລະ ນັກຮ້ອງຂອງໂຮງລະຄອນ ຮ້ອງລຳທຳເພງ ກອງທັບ ຫວຽດນາມ ສະແດງ ເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962 -5/9/2017). 
      ບັນດາຜູ້ແທນ ແລະ ຜູ້ຊົມ ໄດ້ຮັບຊົມລາຍການສະແດງສິລະປະ ທີ່ເປັນເອກະລັກສະເພາະ, ມີຊີວິດຊີວາໂດຍບັນດານັກ ສິລະປິນ, ນັກສະແດງ ແລະ ນັກຮ້ອງຂອງໂຮງລະຄອນ ຮ້ອງລຳທຳເພງ ກອງທັບ ຫວຽດນາມ ສະແດງດ້ວຍບັນດາບົດເພງ, ວາດຟ້ອນຍ້ອງຍໍຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ, ປະຊາຊົນ ຫວຽດນາມ ແລະ ລາວ; ກ່ຽວກັບການພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ. ບັນດາບົດເພງດ້ວຍພາສາລາວ ໂດຍບັນດານັກ ສິລະປິນ, ນັກສະແດງ ແລະ ນັກຮ້ອງຂອງໂຮງລະຄອນ ຮ້ອງລຳທຳເພງ ກອງທັບ ຫວຽດນາມ ສະແດງນັ້ນ ໄດ້ຮັບການສະໜັບສະໜູນຢ່າງສຸດໃຈຈາກຜູ້ຊົມ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top