• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສະແດງສິລະປະພື້ນເມືອງ “ຈິດວິນຍານ ຫວຽດ” ຂ່ຳນັບຮັບຕ້ອນວັນທ່ອງທ່ຽວໂລກ

ເຫດການເພື່ອແນໃສ່ປຸກລຸກຄວາມເອກອ້າງທະນົງໃຈ, ຄວາມໄວ້ເນື້ອເຊື່ອໃຈຂອງບັນດາຜູ້ເຮັດວຽກງານທ່ອງທ່ຽວ, ປະຊາຄົມວິສາຫະກິດທ່ອງທ່ຽວກ່ຽວກັບວັນມູນເຊື້ອການທ່ອງທ່ຽວ
  ລາຍການສະແດງສິລະປະພື້ນເມືອງ “ຈິດວິນຍານ ຫວຽດ” (ພາບ: baovanhoa.vn)  

ວັນທີ 27 ກັນຍາ, ແມ່ນວັນທ່ອງທ່ຽວໂລກ. ເນື່ອງໃນໂອກາດນີ້, ຕອນຄ່ຳວັນທີ 26 ກັນຍາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີສະເຫຼີມສະຫຼອງວັນທ່ອງທ່ຽວໂລກ ແລະ ແນະນຳລາຍການສະແດງສິລະປະພື້ນເມືອງ “ຈິດວິນຍານ ຫວຽດ”. ເຫດການເພື່ອແນໃສ່ປຸກລຸກຄວາມເອກອ້າງທະນົງໃຈ, ຄວາມໄວ້ເນື້ອເຊື່ອໃຈຂອງບັນດາຜູ້ເຮັດວຽກງານທ່ອງທ່ຽວ, ປະຊາຄົມວິສາຫະກິດທ່ອງທ່ຽວກ່ຽວກັບວັນມູນເຊື້ອການທ່ອງທ່ຽວ, ບົດບາດ, ທີ່ຕັ້ງຂອງຂະແໜງທ່ອງທ່ຽວ. ກ່າວຄຳເຫັນທີ່ເຫດການ, ທ່ານນາງ ກາວທິງອັກລານ, ຮອງປະທານຜູ້ປະຈຳການສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:

“ສານຂອງອົງການທ່ອງທ່ຽວໂລກແມ່ນ “ທ່ອງທ່ຽວ ແລະ ສັນຕິພາບ” ແມ່ນສິ່ງມີຄວາມໝາຍທີ່ສຸດສຳລັບບັນດາຜູ້ເຮັດວຽກງານທ່ອງທ່ຽວເວົ້າລວມ ແລະ ພິເສດສຳລັບບັນດາບໍລິສັດທ່ອງທ່ຽວ ກໍຄືບັນດາສະຖານທີ່ພັກເຊົາໃນທົ່ວໂລກ. ດ້ວຍສານດັ່ງກ່າວ, ໃນໄລຍະຈະມາເຖິງ, ຂະແໜງທ່ອງທ່ຽວຈະມີຄວາມເອົາໃຈໃສ່ຫຼາຍກວ່າ ເພື່ອເຮັດແນວໃດຈະຜັນຂະຫຍາຍການເຄື່ອນໄຫວໄດ້ເປັນຢ່າງດີ”.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top