
ລາຍການສະແດງສິລະປະໃນໂອກາດFestivalເຫ້ວ
ການສຳມະນາ “ອາຫານການກິນພະລາດຊະວັງ - ອາຫານພື້ນເມືອງຂອງເຫ້ວ”, ກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ “ ອາຫານການກິນພະລາດຊະວັງ, ອາຫານພື້ນເມືອງເຫ້ວ”. ແລະ ໃນວັນດຽວກັນ ກໍ່ໄດ້ດຳເນີນ 10 ເຫດການວັດທະນະທຳສິລະປະພົ້ນເດັ່ນໂດຍບັນດາກອງສິລະປະກອນຢູ່ພາຍໃນ ແລະ ຕ່າງປະເທດສະແດງ.
ກ່ອນຫນ້ານັ້ນ ໃນຕອນຄ່ຳວັນທີ 28 ເມສາ, ກອງສິລະປະກອນມາຈາກ ແບນຊິກ Wallonie Bruxelles ໄດ້ສະແດງລາຍການສິລະປະທີ່ເປັນເອກະລັກສະເພາະທີ່ມີຊື່ວ່າ: “ປາກພູເຂົາໄຟເລກທີ 6899” ດ້ວຍຮູບພາບ ແລະ ນ້ຳສຽງທີ່ຈັບອົກຈັບໃຈ. ໃນຂະນະນັ້ນ ຢູ່ເວທີສະແດງໃນສວນສາທາລະນະຕືເຕື້ອງ, ນັກທ່ອງທ່ຽວຍັງໄດ້ຊົມບັນດາລາຍການສະແດງສິລະປະຂອງກອງສິລະປະກອນມາຈາກ ສເກົາຫລີ.ໃນວັນດຽວກັນ ບັນດາຕະຫລາດນັດເຂດບ້ານນາກໍ່ໄດ້ຈັດຂຶ້ນ ຢູ່ ຂົວແທງຕວານທີ່ເກົ່າແກ່ ໄດ້ດຶງດູດຜູ້ມາຊົມເປັນຈຳນວນຫລວງຫລາຍ ຜ່ານບັນດາເຍື່ອງອາຫານພື້ນເມືອງ, ການລະຫລິ້ນພື້ນເມືອງ, ບຸນຊ່ວງເຮືອທີ່ເປັນມູນເຊື້ອ… ນອກນັ້ນຍັງຈັດໃຫ້ມີຫລາຍລາຍການຮ້ອງລຳທຳເພງ, ອ່ານບົດກາບກອນ, ຂັບເພງພື້ນເມືອງ, ຂັບຈ່ອຍ, ລາຍການໄປຢ້ຽມຢາມບັນດາປູຊະນີຍະສະຖານວັດທະນະທຳດີເດັ່ນອີກດ້ວຍ.
(ແຫຼ່ງຄັດຈາກ VOV)