• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການພົບປະແລກປ່ຽນໄມຕີຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ ດ້ວຍຫົວຂໍ້: “ຮ່ວມສາຍນໍ້າເຊໂປນ”

ລາຍການພົບປະແລກປ່ຽນໄມຕີຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ ດ້ວຍຫົວຂໍ້: “ຮ່ວມສາຍນໍ້າເຊໂປນ” ຖືກຈັດຂຶ້ນໃນຕອນຄໍ່າວັນທີ 29 ກໍລະກົດ ຢູ່ເທດສະບານ ລາວບ໋າວ, ເມືອງ ເຮື໊ອງຮວ໊າ, ແຂວງກວ໋າງຈິ.
ເຫດການດັ່ງກ່າວນອນຢູ່ໃນຂອບເຂດການເຄື່ອນໄຫວທີ່ມີຄວາມໝາຍຂອງລາຍການພົບປະແລກປ່ຽນໄມຕິຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019.

ລາຍການພົບປະແລກປ່ຽນໄມຕີຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ “ຮ່ວມສາຍນໍ້າເຊໂປນ” (ະາບ: baotintuc.vn)

ທີ່ລາຍການ, ບັນດາຝ່າຍໄດ້ແບ່ງປັນກ່ຽວກັບວຽກງານສົມທົບການປະຕິບັດໜ້າທີ່ປ້ອງກັນຊາຍແດນ, ກໍ່ສ້າງ ແລະ ປົກປັກຮັກສາຫຼັກໝາຍຊາຍແດນ, ຕ້ານການອົບພະຍົບແບບຊະຊາຍ ແລະ ການແຮກສ່ຽວ ລະຫວ່າງບ້ານກັບບ້ານ ຢູ່ຊາຍແດນຂອງສອງປະເທດ... ພ້ອມກັນນັ້ນ ແມ່ນລາຍການສະແດງສິລະປະ ສະແດງຄວາມສາມັກຄີຂອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານພັນເອກ ເລວັນເຟືອງ, ຫົວໜ້າກອງບັນຊາການທະຫານປ້ອງກັນແດນແຂວງກວ໋າງຈິ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າແມ່ນກໍາລັງປະກອບອາວຸດ ທີ່ມາຈາກສອງປະເທດແຕກຕ່າງກັນ ແຕ່ພວກຂ້າພະເຈົ້າມີເປົ້າໝາຍ ແລະ ອຸດົມການອັນດຽວກັນ ນັ້ນແມ່ນ ປົກປ້ອງ 2 ພັກ, 2 ລັດ, ປົກປ້ອງຊີວິດທີ່ສະຫງົບໃຫ້ແກ່ປະຊາຊົນ 2 ປະເທດ ແລະ ພ້ອມກັນສ້າງ ແລະ ປົກປັກຮັກສາເສັ້ນຊາຍແດນ ຫວຽດ - ລາວ ໃຫ້ມີສັນຕິພາບ, ມິດຕະພາບ ແລະ ພັດທະນາ. ພວກຂ້າພະເຈົ້າ ໄດ້ຈັດຕັ້ງການພົບປະແລກປ່ຽນເປັນປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາປີ ເພື່ອແລກປ່ຽນກ່ຽວກັບສະພາບການ ແລະ ສົມທົບກັນພ້ອມກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນ”.

        ເນື່ອງໃນໂອກາດນີ້, ກອງບັນຊາການທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ມອບງົວພັນ 30 ໂຕໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາມເຂດຊາຍແດນຂອງແຂວງ ກວາງຈິ ແລະ ສະຫວັນນະເຂດ, ສາລະວັນ; ມອບທຶນການສຶກສາ “ພານ້ອງໄປໂຮງຮຽນ” 30 ທຶນ ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ...

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top