• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຊະອານາຈັກອັງກິດເພີ່ມທະວີການຮ່ວມມື, ໃນການສ້າງການພັດທະນາຕົວເມືອງຢູ່ນະຄອນ ໂຮ່ຈີມິນ

ນະຄອນໂຮ່ຈີມິນ ພວມຢູ່ໃນວິວັດການຮຽກເຊີນເຂົ້າຮ່ວມການລົງທຶນບັນດາໂຄງການຮ່ວມມືຂອງແຜນການສ້າງຕົວເມືອງອັດສະລິຍະ ແລະ ປາດຖະໜາຢາກໄດ້ຮັບການໜູນຊ່ວຍດ້ານການເງິນ ແລະ ຄຳປຶກສາຈາກບັນດານັກຊ່ຽວຊານຂອງ ອັງກິດ ໃນວິວັດການຜັນຂະຫຍາຍແຜນການສ້າງຕົວເມືອງອັດສະລິຍະ.

 ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສົມທົບກັນປະຕິບັດໂຄງການກໍ່ສ້າງຕົວເມືອງອະນາຄົດທົ່ວໂລກ ໄລຍະ 2019 – 2020 (ພາບ: TTXVN)

ຕອນຄ່ຳວັນທີ 03 ມັງກອນ, ທ່ານ ເຈິ່ນຫວີງຕ໊ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Mark Field, ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ພ້ອມກັນເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສົມທົບກັນປະຕິບັດໂຄງການກໍ່ສ້າງຕົວເມືອງອະນາຄົດທົ່ວໂລກ ໄລຍະ 2019 – 2020 ລະຫວ່າງຫ້ອງວ່າການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ ອັງກິດ ປະຈຳນະຄອນ ໂຮ່ຈີມິນ.

        ເມື່ອແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງນະຄອນ, ທ່ານ ເຈິ່ນຫວີງຕ໊ວຽນ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ພວມຢູ່ໃນວິວັດການຮຽກເຊີນເຂົ້າຮ່ວມການລົງທຶນບັນດາໂຄງການຮ່ວມມືຂອງແຜນການສ້າງຕົວເມືອງອັດສະລິຍະ ແລະ ປາດຖະໜາຢາກໄດ້ຮັບການໜູນຊ່ວຍດ້ານການເງິນ ແລະ ຄຳປຶກສາຈາກບັນດານັກຊ່ຽວຊານຂອງ ອັງກິດ ໃນວິວັດການຜັນຂະຫຍາຍແຜນການສ້າງຕົວເມືອງອັດສະລິຍະ.

        ສ່ວນທ່ານ Mark Field ຢືນຢັນວ່າ: ອັງກິດ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບນະຄອນ ໂຮ່ຈີມິນ ໃນວິວັດການສ້າງຕົວເມືອງອັດສະລິຍະ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງມາດຕະການເຕັກໂນໂລຊີ, ເພີ່ມທະວີຄວາມສາມາດຕ້ານໄພນ້ຳຖ້ວມ ແລະ ການສັນຈອນໄປມາແບບອັດສະລິຍະໃນຕົວເມືອງ, ປະກອບສ່ວນໃຫ້ນະຄອນຍົກສູງຄຸນນະພາບການດຳເນີນຊີວິດຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top