ຂ່າວສານ
ລາງວັນ “ຜະລິດຕະພັນເຕັກໂນໂລຢີ Make in Viet Nam” - ສ້າງກຳລັງໜູນໃຫ້ແກ່ບັນດາວິສາຫະກິດດີຈີຕອນ ຫວຽດນາມ
ນີ້ແມ່ນລາງວັນລະດັບຊາດກ່ຽວກັບຜະລິດຕະພັນເຕັກໂນໂລຢີດີຈີຕອນ, ດ້ວຍຂອບຂະໜາດໃຫຍ່ໃນທົ່ວປະເທດ, ໄດ້ເຕົ້າໂຮມສ່ວນບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດໃນວົງການເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານຂອງ ຫວຽດນາມ.
ລາງວັນດັ່ງກ່າວໄດ້ສ້າງຂະບວນການແຜ່ຂະຫຍາຍຢ່າງຕັ້ງໜ້າ. ຫຼາຍຜະລິດຕະພັນທີ່ຍາດໄດ້ລາງວັນ ໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດການຫັນເປັນດີຈີຕອນຂອງບັນດາອົງການລັດຖະບານ, ວິສາຫະກິດ, ປະຊາຊົນ. ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຟານເຕິມ ໃຫ້ຮູ້ວ່າ:
“ຈຸດປະສົງຂອງການແຂ່ງຂັນໃຫ້ລາງວັນນີ້ແມ່ນເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ທີ່ດີເດັ່ນ ໃນການປະຕິບັດຍຸດທະສາດ Make in Vietnam, ພ້ອມທັງໜູນຊ່ວຍ, ສົ່ງເສີມການລົງທຶນ, ໂຄສະນາການຄ້າ, ກະຕຸ້ນການບໍລິໂພກຢູ່ພາຍໃນປະເທດ ແລະ ໜູນຊ່ວຍການສົ່ງອອກໃຫ້ແກ່ບັນດາຜະລິດຕະພັນການບໍລິການ, ມາດຕະການ ແລະ ຮູບແບບດຳເນີນທຸລະກິດຂອງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ. ຜ່ານການຜັນຂະຫຍາຍ, ລາງວັນຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ໄດ້ສ້າງຂະບວນການທີ່ໄດ້ແຜ່ຂະຫຍາຍໄດ້ເປັນຢ່າງດີ, ຊຸກຍູ້ການພັດທະນາຂອງຂະແໜງເຕັກໂນໂລຢີດີຈີຕອນ ຫວຽດນາມ. ຫຼາຍຜະລິດຕະພັນທີ່ຍາດໄດ້ລາງວັນນັ້ນ ແມ່ນໄດ້ປະກອບສ່ວນໂດຍກົງໃຫ້ແກ່ອົງການ, ສຳນັກງານ, ລັດຖະບານ, ວິສາຫະກິດ ແລະ ປະຊາຊົນ ໃນການປະຕິບັດການຫັນເປັນດີຈີຕອນ”.
ໄລຍະຜ່ານມາ, ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ໄດ້ຕັ້ງໜ້າຂຸດຄົ້ນ, ໝູນໃຊ້ເຕັກໂນໂລຢີດີຈີຕອນໃໝ່ຢ່າງມີປະສິດທິຜົນ, ຈາກນັ້ນ ເປັນເຈົ້າຂອງເຕັກໂນໂລຢີຫຼັກແຫຼ່ງຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4, ແກ້ໄຂບັນດາບັນຫາຂອງ ຫວຽດນາມ, ພິເສດ ແມ່ນໝູນໃຊ້ບັນດາເຕັກໂນໂລຢີທີ່ຫາກໍພົ້ນເດັ່ນຄື ປັນຍາປະດິດ (AI), ວິເຄາະຂໍ້ມູນຂະໜາດໃຫຍ່ (Big Data), IoT, ຫັນຂັ້ນຕອນ Robotic ເປັນອັດຕະໂນມັດ.
ມີຫຼາຍຜະລິດຕະພັນໄດ້ຮັບການໝູນໃຊ້ຢ່າງກວ້າງຂວາງ, ປະກອບສ່ວນປ່ຽນແປງວິຖີການດຳລົງຊີວິດຫຼາຍຢ່າງຂອງປະຊາຊົນຢູ່ຫຼາຍໝູ່ບ້ານຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ. ການເຄື່ອນໄຫວຂອງປະຊາຊົນ, ວິສາຫະກິດໄດ້ຫັນເປັນດີຈີຕອນຜ່ານການຜັນຂະຫຍາຍການນຳໃຊ້ບັນດາພື້ນຖານດີຈີຕອນ ຫວຽດນາມ, ຊ່ວຍປະຊາຊົນ, ວິສາຫະກິດຊົມໃຊ້ຄວາມສະດວກ ກໍຄື ຜົນປະໂຫຍດໂດຍກົງຈາກການຫັນເປັນດີຈີຕອນ. ປະຊາຊົນໄດ້ຊົມໃຊ້ການບໍລິການການແພດທີ່ມີຄຸນນະພາບສູງ, ເຂົ້າເຖິງມາດຕະການຮຽນ, ເຮັດວຽກຈາກທາງໄກ, ໄດ້ຮັບຄວາມຮູ້, ຂໍ້ມູນຕ່າງໆ ຮັບໃຊ້ການດຳລົງຊີວິດ… ມີລູກຄ້າຜູ້ໜຶ່ງເຊິ່ງເປັນອາຈານ ໄດ້ແບ່ງປັນວ່າ:
“ການປະຕິວັດ 4.0 ແມ່ນການເຊື່ອມຕໍ່. ພວກຂ້າພະເຈົ້າສາມາດຄຸ້ມຄອງການເຄື່ອນໄຫວຂອງນັກຮຽນໄດ້ທັງໝົດ ໂດຍຜ່ານການເຊື່ອມຕໍ່. ພວກເຮົາກໍສາມາດຄວບຄຸມຂໍ້ມູນທັງໝົດຂອງນັກຮຽນໃນລະບົບ ເຊີເວີ ແລະ ນີ້ແມ່ນພື້ນຖານເພື່ອໄຈ້ແຍກ, ຄຸ້ມຄອງຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການໃຫ້ຄຳປຶກສາ, ແນະນຳອາຊີບໃຫ້ແກ່ພວກນ້ອງໃນອະນາຄົດ”.
ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນໂລກ ໃນການປະກາດໃຊ້ບັນດາໂຄງການ ແລະ ຍຸດທະສາດກ່ຽວກັບການຫັນເປັນດີຈີຕອນລະດັບຊາດ. ບັນດາວິສາຫະກິດ ຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດໃນການພັດທະນາ ເມື່ອໄດ້ໜູນຊ່ວຍທຶນຮອນຫັນເປັນດີຈີຕອນຈາກແຫຼ່ງງົບປະມານຂອງລັດ. ສິ່ງດັ່ງກ່າວ ໄດ້ນຳ ຫວຽດນາມ ກາຍເປັນປະເທດທີ່ມີຄວາມຮັບຮູ້ສູງກ່ຽວກັບການຫັນເປັນດີຈີຕອນ. ພ້ອມດຽວກັນນັ້ນ, ຍຸດທະສາດດັ່ງກ່າວໄດ້ສ້າງໂອກາດໃຫ້ແກ່ວິສາຫະກິດຫຼາຍແຫ່ງບືນຕົວຂຶ້ນ, ສ້າງບາດກ້າວບຸກທະລຸ ດ້ວຍການປະຕິວັດອຸດສາຫະກຳ. ໂຄງການຫັນເປັນດີຈີຕອນລະດັບຊາດຂອງ ຫວຽດນາມ ໄດ້ວາງເປົ້າໝາຍ ເພີ່ມລະດັບໃນຕາຕະລາງຈັດອັນດັບລັດຖະບານເອເລັກໂຕນິກຂອງ ສປຊ ໃຫ້ນອນໃນກຸ່ມ 70 ໃນປີ 2025 ແລະ ກຸ່ມ 50 ໃນປີ 2030 ຕາມລຳດັບ (ເຊິ່ງປັດຈຸບັນ, ຫວຽດນາມ ຢູ່ອັນດັບ 86/193 ປະເທດ ແລະ ເຂດແຄວ້ນ). ພ້ອມດຽວກັນນັ້ນ, ເສດຖະກິດດີຈີຕອນ ຈະປະກອບສ່ວນ 30% GDP ຂອງທັງປະເທດ ແລະ ສະມັດຕະພາບແຮງງານປະຈຳປີ ມີການເຕີບໂຕຢູ່ໃນລະດັບສູງກວ່າ 8%.
ເພາະສະນັ້ນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈຶ່ງຖືເປັນພາລະກຳໃນການສົ່ງເສີມວິສາຫະກິດ ຫວຽດນາມ ເສີມຂະຫຍາຍທ່າແຮງ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍຕ່າງໆຂອງ ຫວຽດນາມ ໃຫ້ເປັນຢ່າງດີທີ່ສຸດ, ຜ່ານນັ້ນຄອງໄດ້ຕະຫຼາດຫັນເປັນດີຈີຕອນຢູ່ພາຍໃນປະເທດ. ທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມໄດ້ຢັ້ງຢືນວ່າ:
“ມາດຕະການເຊິ່ງກະຊວງຖະແຫຼງຂ່າວ ແລະ ການສື່ສານຊອກຫາວິທີປະຕິບັດ ນັ້ນແມ່ນພະຍາຍາມຍົກອອກມາດຕະການ, ຄົ້ນພົບບັນດາສິ່ງທ້າທາຍໃນປັດຈຸບັນຂອງສັງຄົມ ຫວຽດນາມ ເພື່ອມີການກຳນົດທິດ, ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດ ພ້ອມກັນແກ້ໄຂບັນຫາ, ສິ່ງທ້າທາຍເຫຼົ່ານັ້ນ. ສິ່ງທີ່ວິສາຫະກິດຕ້ອງການທີ່ສຸດແມ່ນຕະຫຼາດ. ເມື່ອມີຕະຫຼາດແລ້ວ ຈະມີເຕັກໂນໂລຢີ, ມີວິສາຫາກິດ ແລະ ມີຜະລິດຕະພັນທີ່ດີ”.
ການພັດທະນາຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ແມ່ນເສັ້ນທາງເພື່ອໃຫ້ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ເປັນເຈົ້າຂອງເຕັກໂນໂລຢີ ແລະ ຜະລິດຕະພັນ, ໄປທັນກັບບັນດາປະເທດມະຫາອຳນາດໃນໂລກກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ໝູນໃຊ້ເຕັກໂນໂລຢີດີຈີຕອນໃໝ່. ເລື່ອງເຊີດຊູບັນດາຜະລິດຕະພັນດີຈີຕອນ Make in Viet Nam ແມ່ນກຳລັງໜູນ ເພື່ອໃຫ້ບັນດາວິສາຫະກິດດີຈີຕອນ ຫວຽດນາມ ສະແດງກຳລັງຄວາມສາມາດເປັນເຈົ້າຂອງກ່ຽວກັບເຕັກໂນໂລຢີ, ນຳ ຫວຽດນາມ ກາຍເປັນປະເທດເພີ່ງດ້ວຍຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໂດຍໄວ ແລະ ນີ້ກໍແມ່ນຂໍ້ກຸນແຈເພື່ອໃຫ້ ຫວຽດນາມ ບືນຂຶ້ນລະດັບສູງກວ່າໃນລະບົບມູນຄ່າ, ໄປທັນກັບບັນດາປະເທດພັດທະນາ ແລະ ປະກອບສ່ວນໃຫ້ແກ່ເຕັກໂນໂລຢີຂອງໂລກ./.