• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັ​ດ​ເຊຍ ເລີ່ມ​ຂົນ​ສົ່ງ​ທັນ​ຍາ​ພືດ​ໜູນຊ່ວຍ​ໄປ​ ອາ​ຟະ​ລິ​ກາ

ທ່ານລັດຖະມົນຕີກະຊວງກະສິກຳ ລັດເຊຍ Dmitry Patrushev ໃຫ້ຮູ້ວ່າ ປະເທດນີ້ ເລີ່ມຂົນສົ່ງທັນຍາພືດຈຳນວນ 200.000 ໂຕນ ໄປ 6 ປະເທດ ອາຟະລິກາ ພາຍໃຕ້ຮູບແບບການໜູນຊ່ວຍມະນຸດສະທຳ.
ລັດເຊຍ ເລີ່ມດຳເນີນການຂົນສົ່ງທັນຍາພືດໄປ ອາຟະລິກາ (ພາບເອກະສານ: AFP/TTXVN)

ວັນທີ 17 ພະຈິກ, ທ່ານລັດຖະມົນຕີກະຊວງກະສິກຳ ລັດເຊຍ Dmitry Patrushev  ໃຫ້ຮູ້ວ່າ ປະເທດນີ້ ເລີ່ມຂົນສົ່ງທັນຍາພືດຈຳນວນ 200.000 ໂຕນ ໄປ 6 ປະເທດ ອາຟະລິກາ ພາຍໃຕ້ຮູບແບບການໜູນຊ່ວຍມະນຸດສະທຳ. ໃນແຈ້ງການລົງ ເວັບໄຊ  Telegram, ທ່ານລັດຖະມົນຕີ Patrushev  ໃຫ້ຮູ້ວ່າ ກ່ຳປັ່ນຂົນສົ່ງທັນຍາພືດ 2 ລຳທຳອິດ, ແຕ່ລະລຳບັນລຸ 25.000 ໂຕນ ໄດ້ອອກຈາກທ່າກ່ຳປັ່ນຂອງ ລັດເຊຍ ເດີນທາງໄປ ບວກກີນາ ຟາໂຊ ແລະ ໂຊມາລີ. ຄາດວ່າ, ກຳປັ່ນ 2 ລຳດັ່ງກ່າວ ຈະເຂົ້າທຽບທ່າບັນດາປະເທດ ອາຟະລິກາ ໃນທ້າຍເດືອນນີ້ ຫຼື ຕົ້ນເດືອນໜ້າ.  ສ່ວນບັນດາກຳປັ່ນລຳຕໍ່ໄປ ກໍຈະອອກເດີນທາງໄປ ອີຣີເຕີເຣຍ, ຊີມບຳເວ, ມາລີ ແລະ ສ.ອາຟະລິກາກາງ ກ່ອນທ້າຍປີນີ້.

        ເດືອນກໍລະກົດຜ່ານມາ, ໃນວາລະປະຊຸມຄົບຄະນະ ເວທີປາໄສເສດຖະກິດ ແລະ ການຊ່ວຍເຫຼືອມະນຸດສະທຳ ລັດເຊຍ - ອາຟະລິກາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍມະນຸດສະທຳ ທັນຍາພືດໃຫ້ແກ່ບັນດາປະເທດທີ່ມີຄວາມຕ້ອງການທີ່ສຸດໃນ ອາຟະລິກາ ພາຍຫຼັງທີ່ປະເທດນີ້ຖອນຕົວອອກຈາກຂໍ້ລິເລີ່ມ ທັນຍາພືດ ທະເລດຳ - ເຊິ່ງເປັນຂໍ້ຕົກລົງທີ່ອະນຸຍາດໃຫ້ ຢູແກຼນ ສົ່ງອອກທັນຍາພືດ ຜ່ານທະເລດຳ ໃນສະພາບເກີດການປະທະກັນ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top