• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ດຳ​ເນີນ​ໄລ​ຍະ​ທີ 2 ຂອງ​ການ​ຊ້ອມ​ຮົບ​ກຳ​ລັງ​ນິວ​ເຄຼຍ​ໄຮ້​ຍຸດ​ທະ​ສາດ

ວັນທີ 12 ມິຖຸນາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ໄລຍະທີ 2 ຂອງການຊ້ອມຮົບກຳລັງນິວເຄຼຍໄຮ້ຍຸດທະສາດ ໄດ້ດຳເນີນໄປ.
ການຊ້ອມຮົບຂອງລັດເຊຍ (ພາບເອກະສານ: AFP/TTXVN)

ຕາມນັ້ນແລ້ວ, ກຳລັງລູກສອນໄຟທະຫານເຂດ Leningrad ໄດ້ທຳການຊ້ອມຮົບຢ່າງປິດລັບ ເຊິ່ງໄດ້ນຳເອົາບັນດາລູກສອນໄຟສູ້ຮົບຍຸດທະວິທີ Iskander ໄປຍັງເຂດທີ່ໄດ້ກຳນົດໄວ້. ນອກຈາກນັ້ນ, ລູກສອນໄຟໃນບັນດາກ່ຳປັ່ນສູ້ຮົບຂອງກອງທັບເຮືອ ຍັງໄດ້ປະກອບດ້ວຍລູກປືນຝຶກຊ້ອມ ແລະ ກອງທະຫານເຮືອຊ້ອມຮົບເຄື່ອນຍ້າຍໄປຍັງເຂດລາດຕະເວນ.

ກ່ອນໜ້ານັ້ນ, ທ້າຍເດືອນ ພຶດສະພາ, ບັນດາກຳລັງຂອງ ລັດເຊຍ ໄດ້ເລີ່ມໄລຍະທີ 1 ຂອງການຊ້ອມຮົບການທະຫານຢູ່ເຂດການທະຫານພາກໃຕ້. ໄລຍະທຳອິດຂອງການຊ້ອມຮົບນີ້ ມີການເຂົ້າຮ່ວມຂອງລູກສອນໄຟນຳວິຖີ Iskander ແລະ Kinzhal ກໍຄື ຂອງກຳລັງລູກສອນໄຟຢູ່ເຂດການທະຫານພາກໃຕ້ຂອງ ລັດເຊຍ, ໂດຍມີຊາຍແດນຕິດກັບ ຢູແກຼນ.

ວັນທີ 10 ມິຖຸນາຜ່ານມາ, ເບລາຣຸດ ກໍແຈ້ງໃຫ້ຊາບວ່າ ກອງທັບປະເທດນີ້ ໄດ້ເຂົ້າຮ່ວມໄລຍະທີ 2 ຂອງການຊ້ອມຮົບຂອງ ລັດເຊຍ ດ້ວຍເນື້ອໃນ ຜັນຂະຫຍາຍອາວຸດນິວເຄຼຍຍຸດທະວິທີ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top