• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ​ຍັງ​ເປີດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການແກ້ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ​ດ້ວຍ​ສັນ​ຕິ​ວິ​ທີ

ທ່ານ Dmitry Peskov ເລຂາສື່ມວນຊົນຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍຍັງເປີດໂອກາດຄວາມເປັນໄປໄດ້ໃນການແກ້ໄຂການປະທະກັນຢູ່ ຢູແກຼນດ້ວຍບັນດາມາດຕະການທາງການເມືອງ ແລະ ການຕ່າງປະເທດ.
ທ່ານ Dmitry Peskov ເລຂາສື່ມວນຊົນຂອງປະທານາທິບໍດີ ລັດເຊຍ (ພາບ: Tass)

ວັນທີ 1 ສິງຫາ, ໂດຍຕອບສຳພາດຕໍ່ວິທະຍຸກະຈາຍສຽງ Komsomolskaya Pravda ທ່ານ Dmitry Peskov ເລຂາສື່ມວນຊົນຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍຍັງເປີດໂອກາດຄວາມເປັນໄປໄດ້ໃນການແກ້ໄຂການປະທະກັນຢູ່ ຢູແກຼນດ້ວຍບັນດາມາດຕະການທາງການເມືອງ ແລະ ການຕ່າງປະເທດ.

ທ່ານ Peskov ໃຫ້ຮູ້ວ່າ ທ່ານປະທານາທາບໍດີ ລັດເຊຍ Vladimir Putin ໄດ້ປະກາດເປັນຫຼາຍຄັ້ງວ່າ ລັດເຊຍພ້ອມແລ້ວທີ່ຈະເຈລະຈາ. ນີ້ແມ່ນວິທີການບຸລິມະສິດເພື່ອແກ້ໄຂບັນຫາ ແລະ ບັນລຸໄດ້ບັນດາເປົ້າໝາຍຂອງຝ່າຍລັດເຊຍ.

ຕາມທ່ານ Peskov ແລ້ວ, ກ່ອນເລີ່ມຕົ້ນບັ້ນການທະຫານພິເສດ, ທ່ານປະທານາທິບໍດີ Putin ໄດ້ມານະພະຍາຍາມດ້ວຍຫຼາຍວິທີການເພື່ອຮຽກຮ້ອງໃຫ້ຝ່າຍຕາເວັນຕົກ ເຈລະຈາ. ລັດເຊຍ ກໍ່ໄດ້ກະກຽມຮ່າງເອກະສານທີ່ກ່ຽວຂ້ອງຫຼາຍສະບັບ ເພື່ອບົນພື້ນຖານນັ້ນຈະດຳເນີນການປຶກສາຫາລືກ່ຽວກັບຄວາມວິຕົກກັງວົນຂອງ ລັດເຊຍ ຕາມຂົງເຂດຄວາມໝັ້ນຄົງ, ແຕ່ທຸກສິ່ງທຸກຢ່າງລ້ວນແຕ່ຖືກປະຕິເສດ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top