• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍຫຼຸດ​ລະ​ດັບ​ການ​ຄາດ​ຄະ​ເນການເຕີບ​ໂຕ​ເສດ​ຖະ​ກິດ​ປີ 2025

ທ່ານ Anton Siluanov ລັດຖະມົນຕີການເງິນລັດເຊຍ ໃຫ້ຮູ້ວ່າປະເທດນີ້ຈະຄາດຄະເນເສດຖະກິດໃນປີນີ້ຈະມີການເຕີບໂຕພຽງແຕ່ປະມານ 1,5%, ຕຳກ່ວາຫຼາຍເມື່ອທຽບໃສ່ກັບລະດັບການຄາດຄະເນຢ່າງເປັນທາງການກ່ອນນັ້ນແມ່ນ 2,5%.
ທ່ານ Anton Siluanov ລັດຖະມົນຕີການເງິນລັດເຊຍ (ພາບ: REUTERS/Anton Vaganov)
ວັນທີ 27 ສິງຫາ, ທ່ານ Anton Siluanov ລັດຖະມົນຕີການເງິນລັດເຊຍ ໃຫ້ຮູ້ວ່າປະເທດນີ້ຈະຄາດຄະເນເສດຖະກິດໃນປີນີ້ຈະມີການເຕີບໂຕພຽງແຕ່ປະມານ 1,5%, ຕຳກ່ວາຫຼາຍເມື່ອທຽບໃສ່ກັບລະດັບການຄາດຄະເນຢ່າງເປັນທາງການກ່ອນນັ້ນແມ່ນ 2,5%. ກ່າວຄຳເຫັນທີ່ກອງປະຊຸມຢູ່ວັງ Kremlin, ທ່ານລັດຖະມົນຕີ Siluanov ໃຫ້ຮູ້ວ່າຂະແໜງການຜະລິດພາຍໃນປະເທດພວມຖືກກົດດັນ ຍ້ອນສະພາບການຂາດເຂີນແຮງງານ ແລະ ອັດຕາດອກເບ້ຍສູງເພື່ອຈຳກັດໄພເງິນເຟີ້, ໃນຂະນະທີ່ລາຍຈ່າຍການທະຫານບັນລຸລະດັບສູງສະຖິຕິ. ປີ 2024, ເສດຖະກິດລັດເຊຍ ໄດ້ຮັບຮູ້ການເຕີບໂຕຢູ່ລະດັບ 4,3%, ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງ ຝ່າຍຕາເວັນຕົກ. ເຖິງຢ່າງໃດກໍຕາມ, ລະດັບການເຕີບໂຕພວມມີສັນຍານຊັກຊ້າລົງ. ກ່ອນໜ້ານັ້ນ, ທະນາຄານສູນກາງ ລັດເຊຍ ກໍ່ຄາດຄະເນການເຕີບໂຕປີ 2025 ພຽງແຕ່ຢູ່ລະດັບ 1 – 2%.

(ແຫຼ່ງຄັດຈາກ VOV)

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.

Top