• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ

ບັນດາໂຄງການໂດຍ USAID ຜັນຂະຫຍາຍຢູ່ ຫວຽດນາມ ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ທີ່ມີຊີວິດຊີວາ ແລະ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.
  ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາເສດຖະກິດ ອາເມລິກາ   

ຕອນບ່າຍວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາເສດຖະກິດ ອາເມລິກາ (USAID) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະແດງຄວາມປະຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ໃນນັ້ນ USAID ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຜ່ານໂຄງການໜູນຊ່ວຍການພັດທະນາໃນຂົງເຂດຕ່າງໆ, ເປັນຕົ້ນແມ່ນ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ, ການສຶກສາ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງໃຫ້ທ້ອງຖິ່ນ, ວິສາຫະກິດ… ບັນດາໂຄງການໂດຍ USAID ຜັນຂະຫຍາຍຢູ່ ຫວຽດນາມ ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ທີ່ມີຊີວິດຊີວາ ແລະ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

ທ່ານນາງ Samantha Power ໃຫ້ຮູ້ວ່າ ໄດ້ໄປຢ້ຽມຢາມ ແລະ ເຫັນປະຈັກຕາຜົນງານຂອງໂຄງການຕ່າງໆ ເຊິ່ງ USAID ພວມຜັນຂະຫຍາຍ. ໃນໄລຍະຈະມາເຖິງ, USAID ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງຢູ່ພາຍຫຼັງສົງຄາມ, ໜູນຊ່ວຍ ຫວຽດນາມ ຫຼຸດຜ່ອນຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກ, ຮັບມືກັບໂລກລະບາດຕິດຕໍ່.

 

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ໃນໂອກາດນີ້, ຜູ້ຕາງໜ້າການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງບິ່ງທ້ວນໄດ້ໄປຢ້ຽມຢາມ,ອວຍພອນບຸນປີໃໝ່ສະພາ ນັກບວດ ອິດສະລາມ ແຂວງບິ່ງທ້ວນ ແລະ ບັນດານັກບວດ, ຜູ້ມີຍົດສັກຕຳແໜ່ງ, ຜູ້ມີອິດທິພົນຊື່ສຽງຢູ່ບາງເມືອງໃນບໍລິເວນແຂວງ.

Top