• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ, ບັນ​ດາ​ອົງ​ການ, ວິ​ສາ​ຫ​ະ​ກິດ​ພ້ອມ​ກັນ​ເຂົ້າ​ຮ່ວມ​ວິວ​ັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ

ເວທີປາໄສລະດັບສູງຫັນເປັນດີຈີຕອນ ຫວຽດນາມ - ອາຊີ 2023 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຫັນເປັນດີຈີຕອນເພື່ອພັດທະນາເສດຖະກິດດີຈີຕອນ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ.
  ເວທີປາໄສລະດັບສູງຫັນເປັນດີຈີຕອນ ຫວຽດນາມ - ອາຊີ 2023  

ເຫດການໂດຍສະມາຄົມຊອບແວ ແລະ ການບໍລິການອຸດສາຫະກຳຂໍ້ມູນຂ່າວສານ ຫວຽດນາມ (VINASA) ຈັດຂຶ້ນໃນລະຫວ່າງວັນທີ 24 - 25 ພຶດສະພາ. ເຂົ້າຮ່ວມແລະກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ຂໍ້ມູນແມ່ນແຫຼ່ງຊັບພະຍາກອນບໍ່ມີຍາມຈະສິ້ນສຸດເພື່ອຊຸກຍູ້ການປະດິດຄິດສ້າງ ແລະ ພູນປັນຍາຂອງມະນຸດ. ນີ້ແມ່ນແຫຼ່ງຊັບພະຍາກອນສີຂຽວຊ່ວຍຟື້ນຟູຊັບພະຍາກອນທຳມະຊາດ. ເຖິງຢ່າງໃດກໍ່ຕາມ, ເພື່ອຂຸດຄົ້ນຂໍ້ມູນຕ້ອງມີການເຂົ້າຮ່ວມຂອງລັດຖະບານ, ບັນດາອົງການ ແລະ ວິສາຫະກິດ. ທ່ານກ່າວວ່າ:

ພວກເຮົາຕ້ອງຕີລາຄາບັນດາຄວາມມານະພະຍາຍາມຂອງລັດຖະບານຢ່າງກົງໄປກົງມາ, ເປີດເຜີຍ ກໍ່ຄືສະເໜີບັນດາວຽກງານ ເຊິ່ງລັດຖະບານຕ້ອງປະຕິບັດໂດຍໄວກ່ວາ, ທັນການກ່ວາ ແລະ ຮອບດ້ານກ່ວາ. ບັນດາວິສາຫະກິດຈະສວມບົດບາດຫຼັກ ໃນການຍົກອອກບັນດາການສະເໜີ, ປະກອບຄຳເຫັນ ລັດຖະບານຄວນມີສູນຂະໜາດໃຫຍ່ເພື່ອແນໃສ່ຄົ້ນຄ້ວາ ແລະ ຖ່າຍທອດເຕັກໂນໂລຢີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top