• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ທ່ານ ໂດວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍທີ່ໄດ້ເສຍສະຫຼະອາຍຸໜຸ່ມແໜ້ນ
  ທ່ານ ໂດວັນຈ໊ຽນ ໄດ້ມອບຂອງຂວັນ ສູນເບິ່ງແຍງດູແລທະຫາຍເສຍອົງຄະ ຢຸຍຕຽນ, ແຂວງ ຮ່ານາມ (ພາບ: TTXVN)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2022), ຕອນບ່າຍວັນທີ 19 ກໍລະກົດ, ທ່ານ ໂດວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢູ່ສູນເບິ່ງແຍງດູແລທະຫາຍເສຍອົງຄະ ຢຸຍຕຽນ, ແຂວງ ຮ່ານາມ.

ນະທີ່ນີ້, ທ່ານ ໂດວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍທີ່ໄດ້ເສຍສະຫຼະອາຍຸໜຸ່ມແໜ້ນ, ເລືອດເນື້ອຂອງຕົນໃຫ້ແກ່ເອກະລາດຂອງປະເທດຊາດ. ທ່ານ ໂດວັນຈ໊ຽນ ເນັ້ນໜັກວ່າ: ຍາມໃດລັດກໍ່ເອົາໃຈໃສ່, ເບິ່ງແຍງດູແລ ມີຄຸນງາມຄວາມດີຕໍ່ການປະຕິວັດ, ຮັບຮູ້, ເຊີດຊູ, ຕອບບຸນແທນຄຸນຕໍ່ບັນດາຄວາມເສຍຫາຍເຈັບປວດ, ການເສຍສະຫຼະຂອງນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີໃນທົ່ວປະເທດເວົ້າລວມ ແລະ ຂອງແຂວງຮ່ານາມ ເວົ້າສະເພາະ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top