• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ແລະ ອາ​ເມ​ລິ​ກາ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ​ສອງ​ຝ່າຍ​ຄືນ​ໃໝ່

ວັນທີ 27 ກັນຍາ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ຮອບປຶກສາຫາລືຄັ້ງທີ 3 ລະຫວ່າງ ລັດເຊຍ ແລະ ອາເມລິກາ ກ່ຽວກັບບັນດາບັນຫາສອງຝ່າຍທີ່ຍັງຄົງຄ້າງຈະໄດ້ຈັດຂຶ້ນໃນລະດູໃບໄມ້ຫຼົ່ນນີ້.
ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ (ພາບ: REUTERS/Eduardo Munoz)

ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຢູ່ ນິວຢອກ (ອາເມລິກາ) ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 80 ສະມັດຊາໃຫຍ່ ສປຊ, ທ່ານ Lavrov ຢືນຢັນວ່າ ການໂອ້ລົມສົນທະນາລະຫວ່າງ ລັດເຊຍ ແລະ ອາເມລິກາ ກ່ຽວກັບບັນຫາວິຊາ, ການເຄື່ອນໄຫວຂອງບັນດາສະຖານທູດ, ຊັບສິນການຕ່າງປະເທດ ກໍ່ຄືບັນດາແງ່ມູນອື່ນໆ ກ່ຽວກັບການເຄື່ອນໄຫວປະຈຳຂອງ ບັນດາຄະນະການຕ່າງປະເທດ ຍັງພວມດຳເນີນ ແລະ ທ່ານພ້ອມກັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເຫັນດີເປັນເອກະພາບຈັດຮອບທີສາມ ໃນລະດູໃບໄມ່ຫຼົ່ນນີ້.

(ແຫຼ່ງຄັດຈາກ VOV)

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ຄ່ຳຄືນວັນທີ 26 ສິງຫາ 2026, ທີມຊາດ ຫວຽດນາມ (ເສື້ອແດງ) ໄດ້ສະເໝີກັບ ທີມຊາດ ໄທ (ເສື້ອສີຟ້າ) ດ້ວຍຜົນຄະແນນ 2 – 2 ໃນການແຂ່ງຂັນຮອບຊີງຊະນະເລີດ ນັດທີສອງ ASEAN Cup 2026 ທີ່ຈັດຂຶ້ນຢູ່ ສະໜາມກິລາແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ). ລວມຜົນການແຂ່ງຂັນ 2 ນັດ, ທີມຊາດຫວຽດນາມ ໄດ້ຊະນະດ້ວຍຜົນໄລ່ລວມ 4 – 2, ປ້ອງກັນແຊັມ ASEAN Cup ໄດ້ຢ່າງສໍາເລັດຜົນ.

Top