ສຳນັກຂ່າວສານ RIA ຂອງ ລັດເຊຍ ໄດ້ຄັດສະເໜີຄຳປາໄສຂອງທ່ານ Dmitry Peskov ໂຄສົກວັງ Kremlin ໂດຍໃຫ້ຮູ້ວ່າ ໃນການເຈລະຈາຄັ້ງນີ້, ສອງຝ່າຍພວມປຶກສາຫາລືກ່ຽວກັບກົດລະບຽບເປັນກາງໃຫ້ແກ່ ຢູແກຼນ ແລະ ນີ້ອາດຈະແມ່ນປັດໄຈ “ຊ່ວຍປະນິປະນອມ”. ກ່ອນໜ້ານັ້ນ, ທ່ານ Vladimir Medinsky ຫົວໜ້າຄະນະນັກເຈລະຈາ ລັດເຊຍ ໃຫ້ຮູ້ວ່າ ສອງຝ່າຍພວມປຶກສາຫາລືກ່ຽວກັບກົນໄກ “ປະເທດເປັນກາງຫັນເປັນການປອດການທະຫານ” ໃຫ້ແກ່ ຢູແກຼນ, ແຕ່ “ປະເທດນັ້ນກໍຍັງມີກອງທັບ ແລະ ກອງທັບເຮືອຕ່າງຫາກ”.
ໃນຂະນະນັ້ນ, ຫ້ອງວ່າການຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ປະກາດຄຳປາໄສຂອງຜູ້ຕາງໜ້າຄະນະນັກເຈລະຈາ ຢູແກຼນ, ທີ່ປຶກສາຫ້ອງວ່າການປະທານາທິບໍດີ Mykhailo Podolyak ໃຫ້ຮູ້ວ່າ ສອງຝ່າຍພວມປຶກສາຫາລືກ່ຽວກັບຮູບແບບທີ່ຮັບປະກັນຄວາມໝັ້ນຄົງທີ່ມີລັກສະນະບັງຄັບດ້ານນິຕິກຳ ໂດຍມີການເຂົ້າຮ່ວມຂອງຄູ່ຮ່ວມມືສາກົນ.