• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ເຊັນຂໍ້ຕົກລົງກ່ຽວກັບອາຍແກັສ ແລະ ນ້ຳມັນ ມີມູນຄ່າ 117,5 ຕື້ USD ກັບ ຈີນ

      ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດສັນຍາໃໝ່ສະບັບຕ່າງໆທີ່ສະໜອງອາຍແກັສທຳມະຊາດ ແລະ ນ້ຳມັນຂອງ ລັດເຊຍ ໃຫ້ແກ່ ຈີນ, ຄາດວ່າມີມູນຄ່າ 117,5 ຕື້ USD.
ລະບົບທໍ່ສົ່ງ ຂອງກຸ່ມບໍລິສັດອາຍແກັສ Gazprom  (ພາບ:  ITAR-TASS/TTXVN)
      ວັນທີ 4 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດສັນຍາໃໝ່ສະບັບຕ່າງໆທີ່ສະໜອງອາຍແກັສທຳມະຊາດ ແລະ ນ້ຳມັນຂອງ ລັດເຊຍ ໃຫ້ແກ່ ຈີນ, ຄາດວ່າມີມູນຄ່າ 117,5 ຕື້ USD. ລະອຽດແມ່ນ, ກຸ່ມບໍລິສັດອາຍແກັສ Gazprom ຂອງ ລັດເຊຍ ໄດ້ຕົກລົງສະໜອງອາຍແກັສ 10 ຕື້ ແມັດກ້ອນ ໃນແຕ່ລະປີ ຈາກເຂດຕາເວັນອອກໄກຂອງ ລັດເຊຍ ໃຫ້ບໍລິສັດ ພະລັງງານແຫ່ງລັດ CNPC ຂອງ ຈີນ. ຂໍ້ຕົກລົງສະບັບນີ້ມີກຳນົດເວລາ 25 ປີ, ມູນຄ່າຂອງສິນຄ້າງວດເຫຼົ່ານີ້ແມ່ນປະມານ 37,5 ຕື້ USD. ນອກຈາກນັ້ນ, ກຸ່ມບໍລິສັດນ້ຳມັນ Rosneft ຂອງ ລັດເຊຍ ໄດ້ເຊັນຂໍ້ຕົກລົງກັບ CNPC ເພື່ອສະໜອງນໍ້າມັນ 100 ລ້ານ ໂຕນ ໂດຍຜ່ານ ກາຊັກສະຖານ ໃນເວລາ 10 ປີ ຈະມາເຖິງ. ສັນຍາສະບັບນີ້ມີມູນຄ່າ 80 ຕື້ USD. ປັດຈຸບັນ, ລັດເຊຍ ກຳລັງສະໜອງອາຍແກັດໃຫ້ ຈີນ ຜ່ານລະບົບທໍ່ສົ່ງ Sila Siberi, ເຊິ່ງໄດ້ເຄື່ອນໄຫວມາແຕ່ປີ 2019 ແລະ ຜ່ານບັນດາງວດສິນຄ້າປະເພດອາຍແກັສແຫຼວ (LNG).  ປີ 2021, ລັດເຊຍ ໄດ້ສົ່ງອອກອາຍແກັສໄປ ຈີນ ແມ່ນ 16,5 ຕື້ ແມັດກ້ອນ.
(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ 100 ປີ​ດ້ວຍ ນ້ຳໃຈ​ໃສ​ແຈ້ງ, ຈິດ​ໃຈບໍ​ລິ​ສຸດ, ປາຍ​ກາ​ແຫຼມ​ຄົມ

ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ 100 ປີ​ດ້ວຍ “ນ້ຳໃຈ​ໃສ​ແຈ້ງ, ຈິດ​ໃຈບໍ​ລິ​ສຸດ, ປາຍ​ກາ​ແຫຼມ​ຄົມ”

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ຄວາມມານະພະຍາຍາມຢ່າງກະໂດດຂັ້ນ ແລະ ບັນດາການປະກອບສ່ວນສຳຄັນຂອງບັນດາອົງການຄຸ້ມຄອງສື່ມວນຊົນ, ອົງການສື່ມວນຊົນ, ໜັງສືພິມ, ຜູ້ຄົນເຮັດວຽກງານການຂ່າວທົ່ວປະເທດ…

Top