• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຢັ້ງຢືນພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ

      ວັນທີ 1 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ປະກາດວ່າ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ພ້ອມແລ້ວທີ່ຈະຮັກສາການເຈລະຈາ ແລະ ແກ້ໄຂຄວາມບໍ່ລົງລອຍກັນກັບບັນດາການນຳຕ່າງປະເທດ, ໃນນັ້ນມີ ອາເມລິກາ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: TTXVN)
      ທີ່ການຖະແຫຼງຂ່າວ, ທ່ານ Peskov ຊີ້ແຈ້ງວ່າ: “ທ່ານ ປະທານາທິບໍດີ Putin ໄດ້ປະກາດເປັນຫຼາຍເທື່ອວ່າ ພ້ອມແລ້ວທີ່ຈະ ຟື້ນຟູ ແລະ ພັດທະນາການພົວພັນຢ່າງຕັ້ງໜ້າກັບ ອາເມລິກາ ໃນລະດັບທີ່ຝ່າຍ ອາເມລິກາ ມີຄວາມພ້ອມ, ພ້ອມທັງ ພ້ອມແລ້ວທີ່ຈະແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງທີ່ສຸດ ຜ່ານການເຈລະຈາ”.
            ກ່ອນໜ້ານັ້ນ, ລັດເຊຍ ແລະ ອາເມລິກາ ໄດ້ຕໍ່ກຳນົດເວລາ ສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START). ພາຍຫຼັງຮັບດຳລົງຕຳແໜ່ງ ປະທານາທິບໍດີ ອາເມລິກາ, ທ່ານ Joe Biden ໄດ້ດຳເນີນການ ເຈລະຈາ ກັບ ຄູ່ຮ່ວມຕຳແໜ່ງຝ່າຍ ລັດເຊຍ ໃນວັນທີ 26 ມັງກອນ ທີ່ຜ່ານມາ ແລະ ສອງຝ່າຍ ໄດ້ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການແກ່ຍາວ New START ຕື່ມອີກ 5 ປີ, ຈົດຮອດ ວັນທີ 5 ກຸມພາ 2026.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top