• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ປະກາດແຜນການຢ້ຽມຢາມ ຈີນ ຂອງທ່ານປະທານາທິບໍດີ Vladimir Putin

ໃນຂອບເຂດການຢ້ຽມຢາມເປັນເວລາ 4 ວັນ, ຄາດວ່າ 2 ຝ່າຍຈະດຳເນີນການພົບປະສົນທະນາທີ່ມີຂອບຂະໜາດໃຫຍ່ຫຼາຍວາລະ.
ທ່ານ Vladimir Putin ປະທານນາທິບໍດີລັດເຊຍ (ພາບ: Sputnik/Vyacheslav Prokofyev)

ວັນທີ 28 ສິງຫາ, ທ່ານ Dmitry Peskov, ໂຄສົກວັງ Kremlin ໃຫ້ຮູ້ວ່າ, ທ່ານ Vladimir Putin ປະທານນາທິບໍດີລັດເຊຍ  ຈະໄປຢ້ຽມຢາມ ຈີນ ແຕ່ວັນທີ 31 ສິງຫາ ຮອດວັນທີ 03 ກັນຍາ ແລະ ແມ່ນເຫດການຈະ “ບໍ່ເຄີຍມີມາກ່ອນ”.

ໃນຂອບເຂດການຢ້ຽມຢາມເປັນເວລາ 4 ວັນ, ຄາດວ່າ 2 ຝ່າຍຈະດຳເນີນການພົບປະສົນທະນາທີ່ມີຂອບຂະໜາດໃຫຍ່ຫຼາຍວາລະ. ນອກນັ້ນ, ທ່ານ Vladimir Putin ກໍ່ຈະເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ້ (SCO), ພົບປະສະເພາະກັບທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ ແລະ ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ. ຝ່າຍ ຈີນ ກໍ່ເຊີນທ່ານ Vladimir Putin ເຂົ້າຮ່ວມຊົມການເດີນສວນສະໜາມສະແດງກ້ອນກຳລັງໃນວັນທີ 03 ກັນຍາ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ.

ໃນວັນດຽວກັນ, ສຳນັກງານຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ກໍ່ໃຫ້ຮູ້ວ່າ, ການນຳປະເທດນີ້ທ່ານ Kim Jong Un ກໍ່ໍ່ໍ່ໍ່ຈະເດີນທາງໄປປະເທດ ຈີນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຕາມຄຳເຊີນຂອງທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top