• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ບຸກໂຈມຕີທາງອາກາດພວກກະບົດຢູ່ທາງທິດໃຕ້ ຊີຣີ

      ວັນທີ 23 ມິຖຸນາ, ລັດເຊຍ ໄດ້ດຳເນີນການບຸກໂຈມຕີທາງອາກາດແນໃສ່ບັນດາເຂດ ໂດຍພວກກະບົດລຸກຮື້ຂຶ້ນຄວບຄຸມຢູ່ທາງພາກໃຕ້ ຊີຣີ. ນີ້ແມ່ນການບຸກໂຈມຕີທາງອາກາດຄັ້ງທຳອິດຂອງ ລັດເຊຍ ນັບແຕ່ເມື່ອ ມົດສະກູ ຕົກລົງຢຸດຍິງຢູ່ເຂດນີ້ໃນປີ 2017.

ພາບປະກອບ: AFP/TTXVN
      ອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ເຫດການບຸກໂຈມຕີທາງອາກາດປະມານ 25 ຄັ້ງໄດ້ເກີດຂຶ້ນຢູ່ບັນດາເທດສະບານໂດຍກຳລັງລຸກຮື້ຂຶ້ນຄວບຄຸມຢູ່ແຂວງ Daraa. ນີ້ແມ່ນເຂດ ເຊິ່ງກອງທັບລັດຖະບານ ຊີຮີ ຍິງປືນໃຫຍ່ຢ່າງລຽນຕິດໃນ 2 – 3 ວັນມານີ້.
        ເມື່ອເດືອນ ກໍລະກົດ 2017, ລັດເຊຍ, ອາເມລິກາ ແລະ ຈໍແດນ ໄດ້ເຫັນດີເປັນເອກະພາບນຳກັນກ່ຽວກັບເຂດຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດຢູ່ບັນດາເຂດ ໂດຍກຳລັງລຸກຮື້ຂຶ້ນຄວມຄຸມຢູ່ທາງພາກໃຕ້ ຊີຣີ. ນັບແຕ່ນັ້ນມາ, ບັນດາເຮືອບິນສູ້ຮົບຂອງ ລັດເຊຍ ທີ່ເຄື່ອນໄຫວຢູ່ ຊີຣີ ແຕ່ປີ 2015 ບໍ່ມີການກະທຳຖິ້ມລະເບີດໃສ່ເຂດນີ້ເທື່ອ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top