• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີ G7 ອອກຖະແຫຼງການຮ່ວມກ່ຽວກັບຫຼາຍບັນຫາຮ້ອນເຮັ່ງຂອງໂລກ

ສິ້ນສຸດກອງປະຊຸມທີ່ດຳເນີນເປັນເວລາ 2 ວັນຢູ່ທາງພາກເໜືອປະເທດຝລັ່ງ, ວັນທີ 06 ເມສາ, ລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ໄດ້ອອກຖະແຫຼງການຮ່ວມ ເຕື້ອງເຖິງຫຼາຍບັນຫາຮ້ອນເຮັ່ງຂອງໂລກ.

ລັດຖະມົນຕີການຕ່າງປະເທດກຸ່ມ G7

(ພາບ:  AFP/TTXVN)

ກ່າວຄຳເຫັນຕໍ່ນັກຂ່າວພາຍຫຼັງກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ, G7 ໄດ້ຢືນຢັນຄວາມສຳຄັນຂອງການປະຕິບັດບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດສຳລັບພຽງຢາງ ຢ່າງຄົບຖ້ວນ, ໃນຄວາມມານະພະຍາຍາມບັງຄັບໃຫ້ປະເທດນີ້ຕ້ອງຍົກເລີກໂຄງການນິວເຄຼຍ. ນອກນັ້ນ, ກໍຕາມທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລ້ວ, G7 ໄດ້ກະຕຸກຊຸກຍູ້ສປປ.ເກົາຫຼີ ແກ້ໄຂບັນຫາລອກຈັບຕົວພົນລະເມືອງຍີ່ປຸ່ນ ເມື່ອປີ 1970 – 1980 ຂອງສະໄໝກ່ອນ.

        ກ່ຽວຂ້ອງເຖິງເລື່ອງ ຈີນ ຫັນບັນດາດ່ານໜ້າເປັນການເຄື່ອນໄຫວດ້ານການທະຫານ ຢູ່ບັນດາເຂດຂັດແຍ້ງກັນຂອງທະເລຕາເວັນອອກ ແລະ ຄາດວ່າຈະມີແຜນເຮັດໃຫ້ການຄວບຄຸມຂອງຍີ່ປຸ່ນ ຖືກອ່ອນແອລົງ ສຳລັບໝູ່ເກາະ Senkaku ເຊິ່ງປັກກິງ ເອີ້ນວ່າ ຕຽວອີ ຢູ່ທະລາຮວາຕຸງ, G7 ໄດ້ອອກສຽງຄັດຄ້ານທຸກການກະທຳພຽງລຳພັງຝ່າຍດຽວ ເຮັດໃຫ້ເກີດສະພາບຂາດສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ບັນດາຫຼັກການຂອງສາກົນ.

 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top