• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຮຽກຮ້ອງໃຫ້ ຈີນ ເຄົາລົບກົດໝາຍໃນບັນຫາທະເລຕາເວັນອອກ

      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 19 – 21 ສິງຫາ 2020, ໄປຄຽງຄູ່ກັບບັນດາກອງປະຊຸມແລກປ່ຽນ ເພື່ອຊຸກຍູ້ການພົວພັນ 2 ຝ່າຍ ແລະ ຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ລະຫວ່າງ 2 ປະເທດແລ້ວ. 

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ
Retno Marsudi (ພາບ: China Daily)
      ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ກໍ່ໄດ້ຮຽກຮ້ອງໃຫ້ ຈີນ ຮ່ວມມື, ຮັກສາຄວາມໝັ້ນຄົງໃນພາກພື້ນ, ພິເສດແມ່ນໃນບັນຫາທະເລຕາເວັນອອກ.
        ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍພາຍຫລັງການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ:
        “ທີ່ກອງປະຊຸມ 2 ຝ່າຍ, ພວກຂ້າພະເຈົ້າໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກລວມມີທັງ ອາຊຽນ. ຈີນ ເປັນຄູ່ຮ່ວມມືສຳຄັນຂອງ ອາຊຽນ. ປິໜ້າ ອາຊຽນ ແລະ ຈີນ ຈະສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຄູ່ຮ່ວມມື. ອິນໂດເນເຊຍ ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືລະຫວ່າງ ອາຊຽນ - ຈີນ ຈະນັບມື້ນັບໝັ້ນແກ່ນ ຖ້າວ່າ 2 ຝ່າຍເຄົາລົບຖືກຕ້ອງຕາມກົດໝາຍສາກົນ, ນັບທັງໃນບັນຫາທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top