• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດ ຈີນ ໄປຢ້ຽມຢາມ ອາເມລິກາ, ຮຽກຮ້ອງການເຈລະຈາຮອບດ້ານເພື່ອຮັກສາການພົວພັນໃຫ້ມີສະຖຽນລະພາບ

ອາເມລິກາ ແລະ ຈີນ ເກີດບັນດາຄວາມບໍ່ລົງລອຍກັນ ແຕ່ກໍ່ແບ່ງປັນຜົນປະໂຫຍດລວມ ແລະ 2 ປະເທດຕ້ອງດຳເນີນການໂອ້ລົມສົນທະນາຢ່າງຮອບດ້ານ ເພື່ອຫຼຸດຜ່ອນຄວາມເຂົ້າໃຈຜິດ
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: AFP/TTXVN)

ວັນທີ 26 ຕຸລາ, ກ່າວຄຳເຫັນກ່ອນການເດີນທາງໄປຢ້ຽມຢາມ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, ໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ເກີດບັນດາຄວາມບໍ່ລົງລອຍກັນ ແຕ່ກໍ່ແບ່ງປັນຜົນປະໂຫຍດລວມ ແລະ 2 ປະເທດຕ້ອງດຳເນີນການໂອ້ລົມສົນທະນາຢ່າງຮອບດ້ານ ເພື່ອຫຼຸດຜ່ອນຄວາມເຂົ້າໃຈຜິດ ແລະ ຮັກສາການພົວພັນ 2 ຝ່າຍໃຫ້ມີສະຖຽນລະພາບ. ທ່ານກໍ່ຫວັງວ່າ, ບັນດາການປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃນວັນທີ 27 ຕຸລາ ນີ້ບັນລຸໄດ້ລັກສະນະສ້າງສັນ ແລະ ມຸ່ງໄປເຖິງອະນາຄົດ.

ໃນຂະນະນັ້ນ, ໂຄສົກທຳນຽບຂາວ ທ່ານ John Kirby, ໃຫ້ຮູ້ວ່າ ອາເມລິກາ ຈະມີກາລະໂອກາດປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກ່ຽວກັບບັນດາຄວາມວິຕົກກັງວົນ, ກໍ່ຄືຄວາມມານະພະຍາຍາມຟື້ນຟູການຕິດຕໍ່ດ້ານການທະຫານລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top